ມາຮອດປັດຈຸບັນ ມີຫຼາຍກວ່າ 1,000 ຄົນແລ້ວ ໄດ້ເສຍຊີວິດ
ຍ້ອນອາກາດທີ່ຮ້ອນເອົ້າຈັດ ໃນພາກໃຕ້ຂອງປາກິສຖານ ແລະ
ຕົວເລກນັ້ນ ແມ່ນເພີ້ມສູງຂຶ້ນນັບມື້. ຄື້ນຄວາມຮ້ອນແຮງຈັດ
ໄດ້ພຸ້ງຂຶ້ນສູ່ຈຸດສູງສຸດ ໃນວັນເສົາວານນີ້ ເວລາອຸນຫະພູມ ໄດ້
ຖີບຂຶ້ນຮອດ 45 ອົງສາ Celsius ຢູ່ໃນນະຄອນ Karachi ບ່ອນ
ທີ່ອຸນຫະພູມທີ່ຍັງສູງ ຢູ່ໃນຂັ້ນອັນຕະລາຍ ເຖິງແມ່ນວ່າ ໄດ້ຮັບ
ການບັນເທົາໃນບາງສ່ວນ ເມື່ອສອງສາມມື້ຜ່ານມາແລ້ວກໍຕາມ.
ການສົ່ງສະການ ແມ່ນໄດ້ເລີ້ມຕົ້ນຂຶ້ນແລ້ວ ຢູ່ໃນ Karachi ເມື່ອ
ວັນສຸກຜ່ານມາ ສຳຫລັບຜູ້ເຄາະຮ້າຍຈຳນວນໜຶ່ງ ຍ້ອນຄື້ນ
ຄວາມຮ້ອນທີ່ເຜົາໄໝ້ດັ່ງກ່າວ. ເມືອງດັ່ງກ່າວ ແມ່ນກຳລັງປະເຊີນ
ກັບການຂາດແຄນສະຖານທີ່ຝັງສົບ ແລະພະນັກງານ.
ຫຼາຍໆຄົນພາກັນກ່າວໂທດລັດຖະບານ ສຳລັບການຮັບມືທີ່ບໍ່ພຽງພໍນັ້ນ.
ທ່ານ Abdullah Hussain Haroon ນັກເຄື່ອນໄຫວເພື່ອສັງຄົມ ແລະ ອະດີດເອກອັກ
ຄະລັດຖະທູດ ປະຈຳອົງການສະຫະປະຊາຊາດ ເວົ້າວ່າ “ຫຼາຍກວ່າ ໜຶ່ງພັນຄົນ ໄດ້
ເສຍຊີວິດແລ້ວ ຢູ່ໃນເມືອງນີ້ ຍ້ອນ ຄວາມຮ້ອນ, ການຂາດແຄນນ້ຳ ແລະ ໄຟຟ້າ
ມອດ. ມັນໜ້າເຫຼືອເຊື່ອອີ່ຫລີ ໝົດທຸກຄົນ ຕັ້ງແຕ່ລັດຖະບານກາງ ຫາ ບໍລິສັດ
ໄຟຟ້າ ເມືອງ Karachi ພວກເຂົາເຈົ້າທັງໝົດ ແມ່ນບໍ່ມີຄວາມລະອາຍໃຈເລີຍ.”