ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາຍປາກິສຖານ ທີ່ສະຫະລັດຕັ້ງຄ່າຫົວ ອອກມາປະກົດໂຕ ຢ່າງທ້າທາຍ (ວີດິໂອ)


ທ້າວ Hafiz Saeed ຜູ້ກໍ່ຕັ້ງກຸ່ມ Lashkar-e-Taiba, ໄປຮ່ວມໃນພິທີນຶ່ງ ຢູ່ນະຄອນຫລວງ ອິສລາມາບັດ ຂອງປາກິສຖານ, ພາບຖ່າຍ ເມື່ອ ວັນທີ 11 ເມສາ 2011.
ທ້າວ Hafiz Saeed ຜູ້ກໍ່ຕັ້ງກຸ່ມ Lashkar-e-Taiba, ໄປຮ່ວມໃນພິທີນຶ່ງ ຢູ່ນະຄອນຫລວງ ອິສລາມາບັດ ຂອງປາກິສຖານ, ພາບຖ່າຍ ເມື່ອ ວັນທີ 11 ເມສາ 2011.
ໃນ​ອີກ​ຂ່າວ​ນຶ່ງ ຈາກ​ປາ​ກິ​ສຖານ​ນັ້ນ ຜູ້​ຊາຍ​ປາ​ກິ​ສຖານ​ຫົວ​
ອິສລາມ​ເຖິງ​ຖອງ​ຄົນ​ນຶ່ງ ທີ່​ສະຫະລັດຕ້ອງການ​ໂຕ​ແລະ​ຕັ້ງ
​ຄ່າຫົວ​ໄວ້ 10 ລ້ານ​ໂດ​ລ່າ​ນັ້ນ ​ໄດ້​ອອກ​ມາປະກົດ​ໂຕ​ຢ່າງ​
ເປີດ​ເຜີຍ ໃນນະຄອນຫລວງ​ ອິສລາມາ​ບັດ ນໍາພາ​ການໂຮມ
​ຊຸມນຸມ​ປະ​ທ້ວງ​ບັ້ນ​ນຶ່ງ ທີ່ປະນາມ​ອິນ​ເດຍວ່າ​ເປັນ​ລັດ​ກໍ່​ການ​
ຮ້າຍ ​ໃນ​ຂະນະ​ທີ່​ພວກ​ສະໜັບ​ສະ​ໜຸນ​ຜູ້​ກ່ຽວພາກັນ​ຮ້ອງ​ໂຮ​
ຄໍາ​ຂວັນ​ວ່າ “ສົງຄາມ​ສັກສິດ ສົງຄາມ​ສັກສິດ” ຕໍ່ຕ້ານ​ອິນ​ເດຍທີ່​ເປັນ​ຄູ່​ແຂ່ງຂອງ​ປາ​ກິສ
ຖານ ​ທາງ​ດ້ານ​ອາວຸດ​ນິວ​ເຄລຍນັ້ນ.

ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ ​ເພື່ອ​ເປັນ​ຂີດ​ໝາຍ​ມື້​ທີ່​ປາ​ກິ​ສຖານ​ເວົ້າ​ວ່າ ກໍາລັງ​ຂອງ​ຕົນ​ໄດ້​ຂັບ​ໄລ່​ການ​ໂຈມ​ຕີ​ຂອງ​ອິນ​ເດຍ​ເມື່ອ​ປີ 1965.

ທ້າວ Hafiz Saeed ​ເປັນ​ຜູ້ກໍ່​ຕັ້ງ​ກຸ່ມ​ອິສລາມ Lashkar-e-Taiba ​ແລະ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ເປັນຜູ້​ວາງ​ແຜນການ​ກໍ່​ການ​ຮ້າຍ​ໂຈມ​ຕີ​ນະຄອນ​ມູມບາຍຂອງ​ອິນ​ເດຍ ​ເມື່ອ​ປີ 2008 ທີ່​ໄດ້​ສັງຫານ 166 ຄົນ ​ໃນ​ລະຫວ່າງ​ການ​ໂຈມ​ຕີ​ສາມ​ມື້.

ຜູ້ກ່ຽວ​ໄດ້​ປະຕິ​ເສດ​ວ່າ ຕົນ​ບໍ່​ມີສ່ວນພົວພັນ​ກັບ​ການ​ໂຈມ​ຕີ​ໃດ​ໆທັງ​ນັ້ນ. ກຸ່ມ​ຈັດຕັ້ງ​ຂອງ​ຜູ້ກ່ຽວ​ໄດ້​ຖືກ​ຫ້າມ​ເຄື່ອນ​ໄຫວ​ຢູ່​ໃນ​ປາ​ກິ​ສຖານ ​ແຕ່ກໍ​ຖືກ​ປ່ອຍ​ໄວ້​ໃຫ້​ມີ​ຢູ່ ຢ່າງ​ບໍ່​ເປັນ​ທາງ​ການ.

ສະຫະລັດ​ໄດ້​ສະ​ເໜີໃຫ້​ລາງວັນ 10 ລ້ານ​ໂດ​ລ່າ ສໍາລັບ​ຂໍ້​ມູນ​ທີ່​ຈະ​ນໍາ​ໄປ​ສູ່​ການ​ຈັບທ້າວ Saeed ​ມາ​ດໍາ​ເນີນ​ຄະດີ​ແລະ​ລົງ​ໂທດ ​ແຕ່​ຜູ້ກ່ຽວກໍ​ຍັງ​ສືບ​ຕໍ່​ດໍາລົງ​ຊີວິດ ຢູ່​ໃນ​ປາ​ກິ​ສຖານ​ຢ່າງ​ເສລີ ຢູ່​ຕໍ່​ມາ.

Pakistan Islamist Rally
please wait

No media source currently available

0:00 0:00:42 0:00


A Pakistani Islamist with a $10 million U.S. bounty on his head has appeared openly at a rally in Islamabad, denouncing India as a terrorist
state as thousands of his supporters chanted for "holy war'' against the rival nuclear nation.

The rally was organized to mark the day on which Pakistan says its forces repulsed an Indian attack in 1965.

Hafiz Saeed is the founder of the Islamist Lashkar-e-Taiba and is accused of masterminding the 2008 terrorist attacks on the Indian city of Mumbai that killed 166 people over three days.

He has denied involvement in any attacks, while the organization itself is banned in Pakistan but tolerated unofficially.

The United States has offered a $10 million reward for information leading to the conviction of Saeed, who continues to live freely in Pakistan.
XS
SM
MD
LG