ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

18 ຄົນເສຍຊີວິດ ໃນການດັກສະກັດ ຍິງລົດເມໂດຍສານ ໃນປາກິສຖານ


ພວກຄົນໂດຍສານທີ່ລອດຊີວິດມາໄດ້ ກໍາລັງພາກັນລໍຖ້າລົດເມຄັນໃໝ່ ທີ່ຄິວລົດເມນະຄອນ Islamabad, ປະເທດ Pakistan, ທີ 28 ເດືອນກຸມພາ, 2012.

ເຈົ້າ​ໜ້າ​ທີ່ປາ​ກິ​ສຖານ ກ່າວ​ວ່າ ພວກ​ມື​ປືນ​ພາກັນ​ຍິງ​ລົດ​ເມ​ໂດຍສານຄັນ​ນຶ່ງ ​ໃນ​ແຂວງ​
ພາກ​ເໜືອ​ຂອງ​ປະ​ເທດ ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ໄປ ​ຢ່າງໜ້ອຍ 18 ຄົນ.

ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ລົດ​ເມຄັນນີ້ ໄດ້​ເດີນ​ທາ​ງ​ໄປ​ຍັງ​ເມື​ອງ ພູຜາ Kohistan​ ​
ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້ນີ້ ​ເວລາ​ລົດ​ເມ​ຖືກ​ດັກ​ສະກັດ​ຍິງ​ຈາກ​ກຸ່ມມື​ປືນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ປະກົດ​ວ່າ​ແມ່ນພົວພັນ​ກັບເລື່ອງສາສະໜາ. ເຈົ້າ​ໜ້າ​ທີ່​ກ່າວ
ອີກ​ວ່າ ​ຜູ້ເຄາະ​ຮ້າຍ​ແມ່ນ​ຊາວ​ມຸສລິ​ມນິກາຍ Shi’ite ​ແລະພວກ​ໂຈ​ມຕີ​ນັ້ນ​ອາດ​ຈະແມ່ນ
ສະມາຊິກທີ່​ມາ​ຈາກປະຊາຄົມ Sunni ​ໃນ​ເຂດ​ທ້ອງ​ຖິ່ນ.

ປາ​ກິ​ສຖານ ​ໄດ້​ເກີດ​ການ​ໂຈ​ມຕີທາງ​ດ້ານ​ສາສະໜາ​ເປັນລຳດັບ​ມາ​ທີ່​ແນໃສ່​ພວກ​ມຸສລິ​ມ
ນິກາຍ Shi'ite ຊຶ່ງເປັນ​ສາສະໜາກຸ່ມ​ນ້ອຍ. ປາກິ​ສຖານ ມີ​ຜູ້​ນັບຖື​ສາສະໜາ​ອິສລາມ
ນິກາຍ Sunni​ ​ເປັນ​ສ່ວນໃຫ່ຍ ​ແລະ​ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ໄດ້ດໍາລົງ​ຊີວິດ​ຢູ່​ຮ່ວມ​ກັນ ​
ດ້ວຍ​ຄວາມ​ສະຫງົບມາກໍ​ຕາມ ​ແຕ່​ວ່າ​ພວກ​ຫົວ​ຮຸນ​ແຮງ ຈາກແຕ່​ລະ​ກຸ່ມມັກ​ຈະ​ພາກັນ​
ໂຈມ​ຕີ​ສະມາຊິກ​ຂອງ​ອີກ​ຝ່າຍ​ນຶ່ງ.

XS
SM
MD
LG