ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ Yousafzai ມີອາການດີຂຶ້ນ ແຕ່ຍັງບໍ່ພົ້ນ ຂີດອັນຕະລາຍ (ວີດີໂອ)


ການໂຮມຊຸມນຸມໄຕ້ທຽນໄຂວິ້ງວອນໃຫ້ນາງ Malala Yousafzai ຫາຍດີຈາກການໄດ້ຮັບບາດເຈັບ ທີ່ເມືອງ Birmingham ໃນພາກກາງ ຂອງປະເທດອັງກິດ (18 ຕຸລາ 2012)
ການໂຮມຊຸມນຸມໄຕ້ທຽນໄຂວິ້ງວອນໃຫ້ນາງ Malala Yousafzai ຫາຍດີຈາກການໄດ້ຮັບບາດເຈັບ ທີ່ເມືອງ Birmingham ໃນພາກກາງ ຂອງປະເທດອັງກິດ (18 ຕຸລາ 2012)
ພວກທ່ານໝໍອັງກິດທີ່ປິ່ນປົວພະຍາບານເດັກນັກຮຽນຍິງປາກິສ
ຖານ ທີ່ຖືກພວກຕາລີບານຍິງນັ້ນ ກ່າວວ່າ ນາງສາມາດ ຢືນຂຶ້ນ
ໂດຍມີຄົນຊ່ອຍ ເປັນເທື່ອທຳອິດ ແລະ ກໍສາມາດ ຂຽນໜັງສືໄດ້
ແລ້ວ.

ແຕ່ຜູ້ອຳນວຍການ ທີ່ໂຮງພະຍາບານ ພະຣາຊີນີເອລີຊາແບັດ
ໃນເມືອງ Birmingham ບ່ອນທີ່ນາງ Malala Yousafzai ຮັບ
ການປິ່ນປົວນັ້ນກ່າວໃນວັນສຸກວານນີ້ວ່າ ນາງບໍ່ທັນພົ້ນຂີດອັນ
ຕະລາຍເທື່ອ. ທ່ານ Dave Rosser ເວົ້າວ່າ ພວກທ່ານໝໍຍັງມີ
ຄວາມວິຕົກກັງວົນກ່ຽວກັບຄວາມເປັນໄປໄດ້ໃນການທີ່ບາດແຜ
ຈາກການຖືກຍິງຢູ່ທີ່ຫົວຂອງນາງອາດຈະຕິດເຊື້ອ.

ສະຖານີໂທລະພາບອັງກິດໄດ້ອ້າງຄຳເວົ້າຂອງໂຄສົກໂຮງພະ
ຍາບານຄົນນຶ່ງ ທີ່ກ່າວວ່າ ລູກກະສຸນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ສະໝອງຂອງນາງ Yousaf zai ແຕ່ບໍ່ໄດ້ເຮັດໃຫ້ຄວາມສາມາດໃນການປະຕິບັດໜ້າທີ່ຂອງສະໝອງເຊື່ອມ ຖອຍລົງ ແຕ່ປະການໃດ. ທ່ານ Rosser ກ່າວຕໍ່ພວກນັກຂ່າວວ່າ ນາງ Yousafzai ສາ ມາດຕິດຕໍ່ສື່ສານ ແບບສະບາຍໆ ແລະກໍສາມາດຂຽນໄດ້ດ້ວຍ ແຕ່ຍັງບໍ່ສາມາດເວົ້າໄດ້
ຍ້ອນ ການຜ່າຕັດຫຼອດສຽງ ຢູ່ໃນຮູຄໍຂອງນາງ.

ໃນຕົ້ນອາທິດນີ້ນາງ Yousafzai ອາຍຸ 15 ປີໄດ້ຖືກສົ່ງຈາກປາກິສຖານໄປຍັງປະເທດອັງ ກິດ ເພື່ອຮັບການປິ່ນປົວພະຍາບານ. ລາຍງານກ່ອນໜ້ານີ້ແຈ້ງວ່າ ນາງມີອາຍຸ 14 ປີ.

ມືປືນຂອງກຸ່ມຕາລີບານໃນປາກິສຖານ ໄດ້ຍິງນາງ Yousafzai ທີ່ຫົວແລະກ້ານຄໍຂະນະ ທີ່ນາງພວມກັບເມືອເຮືອນຫຼັງຈາກເລີກຮຽນ ໃນເຂດຮ່ອມພູ Swat ທາງພາກຕາເວັນຕົກ ສຽງເໜືອຂອງປາກິສຖານ.

ນາງໄດ້ຖືກຮັບຮູ້ຈາກນາໆຊາດວ່າ ເປັນຜູ້ຊຸກປຸກລະດົມ ໃຫ້ພວກແມ່ຍິງໄດ້ຮັບການສຶກ ສາແລະໄດ້ຈົດບັນທຶກກ່ຽວກັບການກໍ່ໂທດກຳຂອງພວກຕາລີບານໃນບໍລິເວນໃກ້ໆເຮືອນ ຂອງນາງໃນເຂດຮ່ອມພູ Swat.

ພວກຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການຍິງນາງ Yousafzai ໂດຍເວົ້າວ່າ ນາງນິຍົມປະເທດຕາເວັນຕົກ ແລະນາງເອີ້ນປະທານາທິບໍດີສະຫະລັດທ່ານບາຣັກ ໂອບາ ມາວ່າ ເປັນຮີໂຣ່ຫຼືຜູ້ທີ່ນາງໃຫ້ການເຄົາລົບບູຊາຢ່າງຍິ່ງ.

XS
SM
MD
LG