ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມືປືນ ທີ່ຍິງນາງ Malala Yousafzai ເຄີຍຖືກຈັບ ມາກ່ອນ


ຮູບພາບທີ່ນຳອອກເຜີຍແຜ່ໂດຍມູນນິທິ NHS Foundation Trust ຂອງໂຮງພະຍາບານມະຫາວິທະຍາໄລ Birmingham ໃນວັນທີ 19 ຕຸລາ ສະແດງໃຫ້ເຫັນວ່າ ນາງ Malala Yousafzai ທີ່ຖືກຍິງໂດຍພວກຕາລີບານໃນປາກິສຖານ ພວມພັກຟື້ນ ທີ່ໂຮງພະຍາບານພະຣາຊີນີ Elizabeth ໃນເມືອງ Birmingham.
ຮູບພາບທີ່ນຳອອກເຜີຍແຜ່ໂດຍມູນນິທິ NHS Foundation Trust ຂອງໂຮງພະຍາບານມະຫາວິທະຍາໄລ Birmingham ໃນວັນທີ 19 ຕຸລາ ສະແດງໃຫ້ເຫັນວ່າ ນາງ Malala Yousafzai ທີ່ຖືກຍິງໂດຍພວກຕາລີບານໃນປາກິສຖານ ພວມພັກຟື້ນ ທີ່ໂຮງພະຍາບານພະຣາຊີນີ Elizabeth ໃນເມືອງ Birmingham.
ເຈົ້າໜ້າທີ່ປາກິສຖານ ກ່າວວ່າ ນຶ່ງໃນຈຳນວນ ຜູ້ຕ້ອງສົງໄສວ່າ
ເປັນພວກຫົວຮຸນແຮງຕາລີບານສອງຄົນທີ່ຍິງເດັກນ້ອຍນັກຮຽນ
ຍິງປາກິສຖານ ແລະກໍ່ໃຫ້ເກີດການປະນາມ ຈາກນາໆຊາດນັ້ນ
ເຄີຍຖືກຈັບມາແລ້ວໃນປີ 2009 ແຕ່ຖືກປ່ອຍໃນເວລາຕໍ່ມາ.

ເຈົ້າໜ້າທີ່ໄດ້ເປີດເຜີຍໃຫ້ຊາບ ກ່ຽວກັບຜູ້ຕ້ອງສົງໄສ ທີ່ມີຊື່ວ່າ
ທ້າວ Attaullah ໃນວັນພະຫັດວານນີ້ແລະເວົ້າວ່າ ກອງທັບປາ
ກິສຖານເຄີຍຈັບກຸມຜູ້ກ່ຽວໃນລະຫວ່າງການບຸກໂຈມຕີເຂົ້າໄປ
ໃນເຂດຮ່ອມພູ Swat ທາງພາກຕາເວັນຕົກສຽງເໜືອ ຂອງປະ
ເທດ ເມື່ອສາມປີກ່ອນ. ກອງທັບປາກິສຖານ ໄດ້ຄຸມຂັງຜູ້ກ່ຽວ
ຍ້ອນສົງໄສວ່າມີຄວາມສຳພັນກັບກຸ່ມຕາລີບານຂອງປາກິສຖານ
ທີ່ຄວບຄຸມບໍລິເວນດັ່ງກ່າວໃນເວລານັ້ນ.

ເວລານີ້ ເຈົ້າໜ້າທີ່ເຊື່ອວ່າ ທ້າວ Attaullah ພວມທຳການຫຼົບໜີ ບາງທີອາດຈະເຂົ້າໄປ ໃນອັຟການິສຖານທີ່ເປັນປະເທດເພື່ອນບ້ານຍ້ອນໄດ້ຍິງນາງ Malala Yousafzai. ຂະ ນະດຽວກັນເຈົ້າໜ້າທີ່ໄດ້ຄວບຄຸມໂຕສະມາຊິກຫຼາຍໆຄົນໃນຄອບຄົວຂອງຜູ້ກ່ຽວໄວ້ແລ້ວ.

ປາກິສຖານ ໄດ້ຕັ້ງລາງວັນ ໃນມູນຄ່າປະມານ 1 ລ້ານໂດລາ ສຳຫຼັບໂຄສົກຂອງກຸ່ມຕາລີ ບານໃນປາກິສຖານ ທ້າວ Ehsanullah Ehsan ຫຼັງຈາກລາວໄດ້ປະ ກາດວ່າ ກຸ່ມຕາລີ ບານເປັນຜູ້ຍິງນາງ Yousafzai ຂະນະທີ່ນາງເລີກໂຮງຮຽນ ໃນເຂດຮ່ອມພູ Swat ເມື່ອ
ວັນທີ 9 ຕຸລາຜ່ານມາ ຫຼັງຈາກໄດ້ກ່າວໂຈມຕີ ກຸ່ມຫົວຮຸນແຮງດັ່ງກ່າວນີ້. ເວລານີ້ ນາງ Yousafzai ກຳລັງພະຍາບານຕົວ ທີ່ໂຮງໝໍອັງກິດ ບ່ອນທີ່ພວກນາຍໝໍເວົ້າວ່າ ເຂົາເຈົ້າ ຫວັງວ່ານາງມີໂອກາດຫາຍດີໄດ້ນັ້ນ.
XS
SM
MD
LG