ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກປາກິສຖານ ຈະບໍ່ມາຮ່ວມ ກອງປະຊຸມສະມັດຊາໃຫຍ່ (ເບິ່ງຮູບສະລາຍດ໌)


ນາຍົກລັດຖະມົນຕີປາກິສຖານ ທ່ານ Yousuf Raza Gilani
ນາຍົກລັດຖະມົນຕີປາກິສຖານ ທ່ານ Yousuf Raza Gilani

ນາຍົກລັດຖະມົນຕີປາກິສຖານໄດ້ຍົກເລີກແຜນການເດີນທາງມາຮ່ວມກອງປະຊຸມສະມັດຊາ
ໃຫຍ່ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ ໃນອາທິດໜ້າ ໂດຍກ່າວວ່າ ທ່ານຈະ
ຕ້ອງປະສານງານໃນການດຳເນີນຄວາມພະຍາຍາມບັນເທົາທຸກໄພນໍ້າຖ້ວມຢູ່ໃນປາກິສຖານ.

ທ່ານ Yusuf Gilani ກ່າວໃນວັນສຸກມື້ນີ້ວ່າ ລັດຖະມົນຕີການຕ່າງປະເທດປາກິສຖານຈະ
ເປັນຜູ້ກ່າວຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ແທນທ່ານ.

ໄພນໍ້າຖ້ວມທີ່ຍັງດຳເນີນຢູ່ຕໍ່ມາໃນປາກິສຖານເຮັດໃຫ້ມີຜູ້ເສຍຊີີວິດແລ້ວປະມານ 230 ຄົນ
ແລະອີກຫຼາຍກວ່າ 300,000 ຄົນບໍ່ມີບ່ອນພັກພາອາໄສ.

ແຂວງ Sindh ທີ່ຢູ່ໃນພາກໃຕ້ຂອງປະເທດ ເປັນແຂວງທີ່ໄດ້ຮັບຄວາມເສຍຫາຍຮ້າຍແຮງ
ເປັນພິເສດ ຊຶ່ງກຳລັງປະເຊີນຢ່າງຮີບດ່ວນ ກັບການຂາດແຄນອາຫານ ບ່ອນພັກເຊົາ ນໍ້າ
ດື່ມທີ່ສະອາດ ແລະການໃຫ້ບໍລິການທາງດ້ານການແພດ.

ພວກຜູ້ນຳຂອງປາກິສຖານໄດ້ຖືກຕຳໜິຕິຕຽນຢ່າງກວ້າງຂວາງໃນປີກາຍນີ້ຍ້ອນບໍ່ໄດ້ເອົາ
ໃຈໃສ່ຕໍ່ພວກທີ່ປະສົບໄພນໍ້າຖ້ວມ.

ນອກນັ້ນແລ້ວແຂວງ Sindh ຍັງໄດ້ຮັບຄວາມເສຍຫາຍຮ້າຍແຮງຈາກໄພນໍ້າຖ້ວມຢູ່ປາກິສ
ຖານໃນປີກາຍນີ້ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1,700 ຄົນນັ້ນ ແລະເຮັດໃຫ້ພື້ນທີ່ 1
ສ່ວນ 5 ປະເທດ ຖືກນໍ້າຖ້ວມນັ້ນ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon ໄດ້ກ່າວຍົກຍ້ອງການ
ຮັບມືກັບວິກິດການໄພນໍ້າຖ້ວມຂອງລັດຖະບານປາກິສຖານໃນປີນີ້. ທ່ານກ່າວວ່າອົງການ
ສະຫະປະຊາຊາດ ມີຄວາມໝາຍໝັ້ນຕັ້ງໃຈທີ່ຈະໃຫ້ການສະໜັບສະໜຸນຕໍ່ປາກິສຖານ ໃນ ການດຳເນີນຄວາມພະຍາຍາມ ເພື່ອສະໜອງຕອບຕໍ່ຄວາມຮຽກຮ້ອງຕ້ອງການ ທີ່ຈຳເປັນ ຕ່າງໆຂອງປະຊາຊົນຫຼາຍກວ່າ 5 ລ້ານຄົນ ໃນຢູ່ໃນເຂດທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າ
ຖ້ວມນັ້ນ.

XS
SM
MD
LG