ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ປະທານາທິບໍດີ ປາກິສຖານ ທ່ານ Musharaff ຖຶກກັກບໍລິເວນ (ວີດິໂອ)


ທ່ານ Pavez Musharaff ​
ທ່ານ Pavez Musharaff ​
ຕໍາຫລວດ​ປາ​ກິ​ສຖານ ​ໄດ້​ຈັບ​ອະດີດ ປະທານາທິບໍດີ
ປາ​ກິ​ສຖານ ທ່ານ Pevez Musharaff ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ
ນໍາ​ໂຕ​ຂອງ​ທ່ານ​ສະ​ເໜີ​ຕໍ່ ສານ​ອິສລາມ ​ໃນ​ຂໍ້​ຫາການໄລ່ຫົວ
ໜ້າ​ສານຈໍານວນຶ່ງ ອອກໃນ​ເວລາ​ທີ່ ທ່ານ​ກໍາຕໍາ​ແໜ່​ງ​ໃນ​ປີ
2007.

ທ່ານ​ໄດ້​ຖືກ​ສັ່ງ​ໃຫ້​ຖືກກັກບໍຣິ​ເວນ ທີ່ຊານ​ເມືອງຫລວງ ບ່ອນ​
ທ່ານ​ຕ້ອງ​ຢູ່​ທີ່​ນັ້ນ ​ເປັນ​ເວລາ​ສອງ​ວັນ ກ່ອນ​ການ​ປະກົດ​ໂຕ​ຢູ່
​ສານ ຕໍ່ຕ້ານການ​ກໍ່​ການ​ຮ້າຍ.

ທ່ານ Musharaff ອາຍຸ 69 ປີ ອະດີດ​ຜູ້​ປົກຄອງ​ທະຫານ ກ່າວ​ຢູ່​ໃນ ​ໜ້າ facebook ຂອງ​ທ່ານ​ວ່າ ການ​ກ່າວ​ຫາຕ້ານ ທ່ານ​ນັ້ນເປັນ “​ເລື້ອງ​ການ​ເມຶ​ອງ” ​ແລະ​ທ່ານ​ຈະທຳ​ການ​ຕໍ່ສູ້ການ​ກ່າວ​ຫາ​ທີ່​ວ່າ​ນັ້ນ.

ການຈັບກຸ​ມຂອງ​ທ່ານ ​ເປັນ​ເທຶ່ອທໍາ​ອິດ​ຕໍ່ ອະດີດ​ຫົວໜ້າ ທະຫານ​ປາ​ກິ​ສຖານ. ໃນ​ວັນພະຫັດ​ວານ​ນີ້ ສານ​ໄດ້​ປະຕິ​ເສດ​ການ​ຂໍ​ຮ້ອງ​ຄໍ້າປະກັນ​ໂຕທ່ານ ​ແລະ​ຖືກສັ່ງ​ໃຫ້​ຈັບ. ​ເຖິງ​ຢ່າງ​ໃດ​ກໍ​ດີ ຕໍາຫລວດ​ບໍ່​ໄດ້​ກັກ​ໂຕ​ທ່ານ​ໄວ້​ໂດຍ​ທັນ​ທີ່ ​ໃນ​ເວລາ ທ່ານ Musharaff ຫລົບໜີອອກ​ຈາກຫ້ອງ​ສານ​ກັບ ບັນດາຜູ້​ອາຮັກ​ຂາ​ຂອງ​ທ່ານ.

ທ່ານ Musharaff ​ໄດ້​ຍຶດອໍານາດ ລັດຖະປະຫານທະຫານ ​ໃນ​ປີ 1999. ທ່ານ​ໄດ້​ຖືກ​ບັງ​ຄັບ​ໃຫ້​ລາ​ອອກ​ໃນ​ປີ 2008 ພາຍໃຕ້​ການ​ຂົ່ມ​ຂູ່​ວ່າ​ຈະ​ຖືກ​ຟ້ອງ.

ທ່ານ ​ໄດ້ລີ້​ໄດ້ເນລະໂທດຕົນເອງປະມານສີ່​ປີ ກ່ອນ​ກັບ​ຄືນ​ມາ ປາ​ກິ​ສຖານ​ໃນ​ຕອນ​ທ້າຍ​ຂອງເດືອນ​ແລ້ວ​ນີ້ ​ໂດຍ​ແຜນການ​ທີ່​ຈະສະມັກ​ເລືອກຕັ້ງ​ສະພາທົ່ວ​ໄປ​ໃນ​ເດືອນ​ໜ້າ​ນີ້. ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ກັບ​ມາ ສານ​ໄດ້​ຕັດສິນ​ວ່າ ທ່ານ​ບໍ່​ມີ​ສິດ​ໃນ​ການສະໝັກ​ເລືອກ​ຕັ້ງ.​

ທ່ານ Musharaff ກໍາລັງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ດ້ານ​ກົດໝາຍ ຮ່ວມ​ທັງ ການ​ກ່າວ​ຫາ​ວ່າ ທ່ານ​ຫລົ້ມ​ແຫລວ​ໃນ​ການ ​ໃຫ້ການ​ປ້ອງ​ກັນຄວາມ​ປອດ​ໄພຢ່າງ​ພຽງພໍ ຈາກ​ການຄາດຕະກໍາ​ອະດີດ ນາຍົກລັດຖະມົນຕີ Benasir Bhutto. ທ່ານ ​ໄດ້​ປະຕິ​ເສດ​ການ​ພົວພັນ​ໃດໆ ​ໃນ​ການວາງ​ແຜນ​ສັງຫານ ທ່ານ​ນາງ.

pakistan
please wait
Embed

No media source currently available

0:00 0:00:35 0:00

ກ່ຽວຂ້ອງກັນ

XS
SM
MD
LG