ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຕ່າງປະເທດ ແມ່ຍິງຄົນທໍາອິດ ຂອງປາກິສຖານ ເຂົ້າຮັບຕຳແໜ່ງ


ທ່ານນາງ Hina Rubani Khar ລັດຖະມົນຕີຕ່າງປະເທດ ປາກິສ ຖານ (20 ກໍລະກົດ 2010)
ທ່ານນາງ Hina Rubani Khar ລັດຖະມົນຕີຕ່າງປະເທດ ປາກິສ ຖານ (20 ກໍລະກົດ 2010)

ປາກິສຖານໄດ້ປະກອບພິທີສາບານຕົວເຂົ້າຮັບຕຳແໜ່ງຂອງລັດຖະມົນຕີຕ່າງປະເທດທີ່ເປັນ ແມ່ຍິງຄົນທໍາອິດຂອງຕົນ ກ່ອນໜ້າກອງປະຊຸມລະດັບສູງທາງການທູດຫຼາຍໆຄັ້ງໃນເດືອນນີ້.

ທ່ານນາງ Hina Rabbani Khar ອາຍຸ 34 ປີ ໄດ້ສາບານຕົວເຂົ້າຮັບຕໍາແໜ່ງ ເມື່ອວັນ ອັງຄານວານນີ້ ແລະກໍຖືວ່າເປັນລັດຖະມົນຕີຕ່າງ ປະເທດທີ່ຍັງໜຸ່ມນ້ອຍທີ່ສຸດ ໃນປະວັດ ສາດຂອງປາກີສຖານ.

ອະດີດຮອງລັດຖະມົນຕີຕ່າງປະເທດທ່ານນີ້ໄດ້ຖືກບັນຈຸເຂົ້າຮັບຕໍາແໜ່ງ ທີ່ວ່າງເປົ່າມາຕັ້ງແຕ່ ເດືອນກຸມພາຜ່ານມາ ເວລາລັດຖະມົນຕີການຕ່າງປະເທດຄົນກ່ອນຄືທ່ານ Shah Mahmood Qureshi ໄດ້ຖືກປົດ ອອກຈາກຕໍາແໜ່ງເນຶ່ອງຈາກເກີດການຂັດແຍ້ງກັນກັບ ພັກລັດຖະບານ ທີ່ປົກຄອງປະເທດຢູ່ນັ້ນ.

ທ່ານນາງ Khar ຄາດວ່າຈະພົບປະກັບທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະ ເທດສະຫະລັດ ໃນກອງປະຊຸມຄວາມໝັ້ນຄົງພູມີ ພາກອາຊ່ຽນທີ່ອິນໂດເນເຊຍ. ຢູ່ທີ່ກອງ ປະຊຸມດັ່ງກ່າວນັ້ນ ທ່ານນາງກໍຈະໄດ້ ພົບປະກັບທ່ານ Yang Jiechi ລັດຖະມົນຕີຕ່າງ ປະເທດຂອງຈີນນໍາເຊັ່ນກັນ.

ໃນເວລາຕໍ່ມາຂອງເດືອນນີ້ ທ່ານນາງ Khar ກໍຈະພົບປະກັບ ທ່ານ S.M. Khrishna ລັດຖະມົນຕີຕ່າງປະເທດຂອງອິນເດຍ ຂະນະທີ່ຄູ່ປໍລະປັກທັງສອງ ຍັງສືບຕໍ່ການດໍາເນີນ ຂັ້ນຕອນສັນຕິພາບທີ່ປະສົບ ກັບບັນຫານັ້ນ.

ການສົນທະນາໂອ້ລົມກັນລະຫວ່າງ ປະເທດເພື່ອນບ້ານທີ່ມີອາວຸດນີວເຄລຍທັງສອງ ໄດ້ຖືກ ໂຈະ ຫລັງຈາກການໂຈມຕີຂອງພວກກໍ່ການຮ້າຍຢູ່ທີ່ເມືອງມຸມບາຍ ຊຶ່ງເປັນເມືອງສູນກາງ ການຄ້າຂອງອິນເດຍໃນເດືອນ ພະຈິກ ປີ 2008 ຜ່ານມາທີ່ໄດ້ຖິ້ມໂທດໃສ່ພວກຫົວຮຸນ ແຮງທີ່ມີຖານປະຕິບັດງານຢູ່ໃນປາກີສຖານນັ້ນ.

XS
SM
MD
LG