ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນໍ້າຖ້ວມໃນປາກິສຖານ


ໄພນໍ້າຖ້ວມ ໃນປາກິສຖານ
ໄພນໍ້າຖ້ວມ ໃນປາກິສຖານ

ເຈົ້າໜ້າທີ່ ປາກິສຖານ ກ່າວໃນວັນສຸກມື້ນີ້ວ່າ ຝົນຕົກໜັກ ແລະໄພນໍ້າຖ້ວມ ຈາກລົມມໍລະສຸມ ເຮັດໃຫ້ມີຜູ້ເສຍຊີວິດ ແລ້ວ ຢ່າງນ້ອຍ 267 ຄົນ ໃນໄລຍະສາມມື້ຜ່ານມານີ້.

ເຈົ້າໜ້າທີ່ເວົ້າວ່າ ການເສຍຊີວິດສ່ວນໃຫຍ່ ແມ່ນມີຂຶ້ນ ທີ່ແຂວງ KHYBER-PAKHTUNKHWA ໃນພາກຕາເວັນຕົກສຽງເໜືອ ຂອງປາກິສຖານ ບ່ອນທີ່ພວກເຈົ້າໜ້າທີ່ ລັດຖະບານທ້ອງຖິ່ນ ໄດ້ປະກາດພາວະສຸກເສີນ.

ສ່ວນໃນເຂດອື່ນໆນັ້ນ ຝົນຕົກໜັກ ໄດ້ສຸເອົາເຮືອນຊານ ແລະຂົວຈຳນວນນຶ່ງໄປ ແລະໄດ້ ເກີດນໍ້າຖ້ວມ ໃນຂອບເຂດທີ່ກວ້າງຂວາງ ເລາະລຽບແຄມແມ່ນໍ້າ SWAT. ບາງ ເຂດຂອງປາກິສຖານ ໄດ້ປະສົບກັບໄພນໍ້າຖ້ວມ ຮ້າຍແຮງສຸດ ໃນຮອບເກືອບ 100 ປີ.

ເຈົ້າໜ້າທີ່ກອງທັບປາກິສຖານ ໄດ້ມີຄຳສັ່ງໃຫ້ທະຫານ ໃນຈຳນວນເພີ້ມຂຶ້ນ ຢູ່ໃນທ່າກຽມ ພ້ອມ ອັນເປັນຜົນເນື່ອງມາຈາກ ໄພນໍ້າຖ້ວມ ທີ່ພວມທະວີ ຄວາມຮ້າຍແຮງຂຶ້ນ. ໃນຖະແຫຼງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນມື້ວານນີ້ ກອງທັບປາກິສຖານ ກ່າວວ່າ ພວກທະຫານ ທີ່ພົວພັນ ໃນການປະຕິບັດງານ ບັນເທົາທຸກ ໄດ້ໃຊ້ແພ ແລະເຮືອໄວ ຊ່ອຍເຫຼືອປະຊາຊົນ ທີ່ຕົກຄ້າງອອກມາ.

ພວກຄົນງານໃຫ້ຄວາມຊ່ອຍເຫຼືອ ກ່າວວ່າ ຝົນຕົກໜັກ ໄດ້ເປັນອຸບປະສັກຂັດຂວາງ ໃນການທີ່ຈະເຂົ້າໄປເຖິງ ຂົງເຂດທີ່ໄດ້ຮັບຜົນກະທົບ ໂດຍທາງເຮືອບິນເຮຣີຄອບເຕີ້.

XS
SM
MD
LG