ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນໍ້າຖ້ວມຮອບໃໝ່ຢູ່ພາກໃຕ້ ປາກິສຖານ


ເຈົ້າໜ້າທີ່ ໃນພາກໃຕ້ປາກິສຖານ ກ່າວວ່າ ໄພນໍ້າຖ້ວມ ໃນເຂດດັ່ງກ່າວ ໄດ້ທະວີຄວາມຮ້າຍແຮງຂຶ້ນ ຂະນະທີ່ ລະດັບນໍ້າທີ່ສູງຂຶ້ນ ໃນແມ່ນໍ້າສິນທຸ ເຮັດໃຫ້ຄູກັ້ນນໍ້າ ຫຼາຍໆບ່ອນແຕກ ແລະຂົ່ມຂູ່ ຈະໄຫຼເຂົ້າຖ້ວມ ຫຼາຍໆ ຫົວເມືອງ ໃນແຂວງ Sind.

ເຈົ້າໜ້າທີ່ກ່າວໃນວັນເສົາມື້ນີ້ວ່າ ການຍົກຍ້າຍປະຊາຊົນ ອອກຈາກເມືອງປະວັດສາດ Thatta ທີ່ມີປະຊາກອນ 300,000 ຄົນນັ້ນ ແລ້ວໄປແລ້ວ ປະມານ 75%. ຄູກັ້ນ ນໍ້າທີ່ປ້ອງກັນເມືອງດັ່ງກ່າວ ໄດ້ແຕກຫຼາຍໆເທື່ອ ໃນໄລຍະ 2-3 ມື້ຜ່ານມາ ແຕ່ນໍ້າກໍຍັງບໍ່ທັນຖ້ວມ ໄປເຖິງເຂດໃຈກາງ ຂອງເມືອງນີ້ເທື່ອ.

ເຈົ້າໜ້າທີ່ປາກິສຖານ ໄດ້ດຳເນີນງານ ເພື່ອສ້ອມແປງ ຄູກັ້ນນໍ້າແຫ່ງຕ່າງໆ. ປະຊາຊົນຈຳ ນວນນຶ່ງ ໃນເຂດພາກໃຕ້ ຂອງປາກິສຖານ ໄດ້ພາກັນ ໄປຫຼົບໄພນໍ້າຖ້ວມ ຢູ່ໃນເຂດປ່າຊ້າ ສະໄໝໂບຮານ ທີ່ພູ Makli ໂດຍພາກັນພັກເຊົາ ຢູ່ກາງແຈ້ງ ພ້ອມກັບງົວຄວາຍ ແລະສິ່ງຂອງໆພວກເຂົາເຈົ້າ ຂະນະທີ່ພວກເຂົາເຈົ້າ ລໍຖ້າຮັບ ການຊ່ອຍເຫຼືອ.

ອົງການສະຫະປະຊາຊາດ ກ່າວວ່າ ໄພນໍ້າຖ້ວມຄັ້ງໃໝ່ ຢູ່ໃນພາກໃຕ້ປາກິສຖານ ເຮັດ ໃຫ້ປະຊາຊົນ ປະມານ 1 ລ້ານຄົນ ຕ້ອງໄດ້ຍົກຍ້າຍ ນັບແຕ່ມື້ວັນພຸດ ເປັນຕົ້ນມາ. ໄພນໍ້າຖ້ວມ ທີ່ໄດ້ເລີ້ມມາ ເມື່ອເກືອບນຶ່ງເດືອນ ຢູ່ໃນເຂດພູຜາ ທາງພາກເໜືອ ຂອງປາກິສຖານ ແລ້ວກໍຄ່ອຍໆເຄື່ອນຍ້າຍ ລົງມາທາງໃຕ້ນັ້ນ ເຮັດໃຫ້ປະຊາຊົນ 8 ລ້ານຄົນ ຕ້ອງໄດ້ກາງຕໍ່ ການຊ່ອຍເຫຼືອ ເພື່ອມີຊີວິດຢູ່ລອດ.

ໃນວັນເສົາມື້ນີ້ ເຈົ້າໜ້າທີ່ ອົງການສະຫະປະຊາຊາດ ໃນປາກິສຖານ ໄດ້ຮ້ອງຂໍ ການຊ່ອຍ ເຫຼືອເພີ້ມຕື່ມ ຈາກນາໆຊາດ ເພື່ອຮັບມືກັບ ໄພທຳມະຊາດດັ່ງກ່າວ ທີ່ເຮັດໃຫ້ມີ ຜູ້ເສຍຊີວິດໄປແລ້ວ ບໍ່ຕໍ່າກວ່າ 1,600 ຄົນ ແລະໄດ້ຮັບ ຄວາມກະທົບກະເທືອນ ຫຼາຍເຖິງ 20 ລ້ານຄົນ.

XS
SM
MD
LG