ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານຂອບໃຈນາໆຊາດ


ປາກິສຖານໄດ້ຂອບອົກຂອບໃຈ ບັນດາປະເທດສະມາຊິກ ຂອງອົງການສະຫະປະຊາຊາດ ທີ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການຊ່ອຍເຫຼືອ ສຸກເສີນຄັ້ງໃໝ່ ຫຼາຍກວ່າ 200 ລ້ານໂດລາ ເພື່ອນຳໄປບັນເທົາທຸກ ຊາວປາກິສຖານ ຈຳ ນວນຫຼາຍ ລ້ານຄົນ ທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຮ້າຍແຮງສຸດ ຢູ່ໃນປະເທດດັ່ງກ່າວ.

ເອກອັກຄະລັດຖະທູດ ປາກິສຖານ ປະຈຳອົງການສະ ຫະປະຊາຊາດ ທ່ານ Abdullah Haroon ກ່າວວ່າ ພວກປະສົບ ໄພນໍ້າຖ້ວມ ປັດຈຸບັນນີ້ ຮູ້ຈັກວ່າ ໂລກ ໄດ້ຢືນຢູ່ຂຽງຂ້າງ ຂອງພວກເຂົາເຈົ້າ.

ເລຂາທິການໃຫຍ່ ຂອງອົງການ ສະຫະປະຊາຊາດ ທ່ານ Ban Ki Moon ໄດ້ຮຽກຮ້ອງ ໃຫ້ປະຊາຄົມນາໆຊາດ ສືບຕໍ່ໃຫ້ການສະໜັບສະໜຸນ ແກ່ປາກິສຖານ ໂດຍເຕືອນວ່າ ປາກິສຖານ ຍັງຈະຕ້ອງການ ຄວາມຊ່ອຍເຫຼືອ ເປັນເວລາອີກ ຫຼາຍໆອາທິດ ຫຼາຍໆເດືອນ ແລະຫຼາຍໆປີ.

ປາກິສຖານກ່າວວ່າ ຕົນຈະຮັບເອົາ ການຊ່ອຍເຫຼືອ ໄພນໍ້າຖ້ວມ 5 ລ້ານໂດລາ ຈາກອິນ ເດຍ ຊຶ່ງເປັນການສະແດງອອກ ເຖິງໄມຕີຈິດມິດຕະພາບ ແບບບໍ່ຄ່ອຍໄດ້ເຫັນກັນ ລະຫວ່າງ ຄູ່ປໍລະປັກທັງສອງ ທີ່ເຄີຍສູ້ລົບໃນສົງຄາມ ລະຫວ່າງກັນ ມາແລ້ວ 3 ຄັ້ງ.

ເຮືອບິນ ຂອງກອງທັບ ສະຫະລັດ ໄດ້ລຳລຽງປັດໄຈ ບັນເທົາທຸກ ໜັກກວ່າ 5 ແສນກິໂລ ໄປຊ່ອຍປາກິສຖານ ຮວມທັງອາຫານ ທີ່ໄດ້ກະກຽມຢ່າງຖືກຕ້ອງ ຕາມກົດຂອງ ສາສະໜາ ອິສລາມ ຈຳນວນຫຼາຍໆພັນຫໍ່.

XS
SM
MD
LG