ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານຮັບການຊ່ອຍເຫຼືອ ຈາກອິນເດຍ


ປາກິສຖານ ໄດ້ຕັດສິນໃຈ ຮັບເອົາການຊ່ອຍເຫຼືອໄພນໍ້າ ຖ້ວມ ໃນມູນຄ່າ 5 ລ້ານໂດລາ ຈາກອິນເດຍ ທີ່ລັດຖະມົນຕີ ການຕ່າງປະເທດ ປາກິສຖານ ທ່ານ Shah Mehmood Qureshi ເອີ້ນວ່າ “ເປັນການລິເລີ້ມ ທີ່ໜ້າຊົມເຊີຍ” ຂະນະທີ່ ປະເທດທັງສອງ ຕ່າງກໍມີຄວາມມຸ່ງຫວັງ ຈະປັບປຸງຄວາມສຳພັນ ທີ່ມີຄວາມເຄັ່ງຕຶງ ລະຫວ່າງກັນນັ້ນ.

ສະຫະລັດ ຮຽກຮ້ອງໃຫ້ປາກິສຖານຮັບເອົາການຊ່ອຍເຫຼືອ ຂອງອິນເດຍ ແລະບໍ່ປ່ອຍໃຫ້ການຊິງດີຊິງເດັ່ນມາເປັນອຸບ ປະສັກຂັດຂວາງ ຕໍ່ການ ໃຫ້ຄວາມຊ່ອຍເຫຼືອ ແກ່ຊາວປາກິສຖານ 20 ລ້ານຄົນ ທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຮ້າຍແຮງສຸດ ໃນປະວັດສາດ ຂອງປາກິສຖານ.

ໜັງສືພິມ Financial Times ຂອງກຸງລອນ ລາຍງານໃນວັນສຸກມື້ນີ້ວ່າ ປາກິສຖານ ຈະຮ້ອງຂໍໄປຍັງ ອົງການກອງທຶນສາກົນ IMF ເພື່ອໃຫ້ການຜ່ອນຜັນ ກ່ຽວກັບເງື່ອນໄຂ ຂອງເງິນກູ້ຢືມ 10 ພັນລ້ານໂດລາ. ໜັງສືພິມສະບັບນີ້ ຍັງແຈ້ງໃຫ້ຊາບຕື່ມວ່າ ລັດຖະ ມົນຕີກະຊວງການເງິນ ປາກິສຖານ ທ່ານ Abdul Hafeez Shalikh ຈະເດີນທາງມາຍັງ ກຸງວໍຊິງຕັນ ໃນອາທິດໜ້າ ເພື່ອໃຫ້ອົງການ IMF ດັດແປງແກ້ໄຂໃໝ່ ກ່ຽວກັບ ເງິນກູ້ຢືມກ້ອນນີ້ ຫຼືບໍ່ດັ່ງນັ້ນ ກໍໃຫ້ການພິຈາລະນາ ເງິນກູ້ຢືມກ້ອນໃໝ່.

ໃນມື້ວານນີ້ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໄດ້ຈັດປະຊຸມນັດພິເສດຂຶ້ນ ກ່ຽວກັບໄພນໍ້າຖ້ວມ ໃນປາກິສຖານ ໂດຍທີ່ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki Moon ໄດ້ຮຽກຮ້ອງໃຫ້ ປະຊາຄົມນາໆຊາດ ມີຄວາມເອື້ອເຟື້ອເພື່ອແຜ່ ໃນການໃຫ້ການຊ່ອຍເຫຼືອ ແກ່ຊາວປາກິສຖານ ທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ໃນຄັ້ງນີ້.

XS
SM
MD
LG