ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

4 ລ້ານກວ່າຄົນບໍ່ມີບ່ອນຢູ່ ໃນປາກິສຖານ


ສະຫະປະຊາຊາດກ່າວວ່າ ຫລາຍກ່ວາ 4 ລ້ານຄົນ ບໍ່ມີບ່ອນຢູ່ອາໃສຍ້ອນໄພນໍ້າຖ້ວມ ທີ່ສ້າງຄວາມເສຍ ຫາຍຮ້າຍແຮງ ຢູ່ໃນປາກິສຖານ ຊຶ່ງໂຕເລກດັ່ງກ່າວ ແມ່ນສູງກ່ວາທີ່ອົງການສະຫະປະຊາຊາດໄດ້ປະເມີນໄວ້ ແຕ່ກ່ອນ.

ມີການເປີດເຜີຍໂຕເລກລ່າສຸດນີ້ອອກມາ ຂະນະທີ່ສະມັດ ຊາໃຫຍ່ສະຫະປະຊາຊາດ ກຽມຈະຈັດກອງປະຊຸມ ນັດພິ ເສດຂຶ້ນ ໃນວັນພະຫັດມື້ນີ້ ເພື່ອສົນທະນາຫາລືເລື່ອງ ການຮັບມື ກັບໄພນໍ້າຖ້ວມຮ້າຍແຮງນັ້ນ.

ມີກຳນົດວ່າທ່ານ Ban Ki Moon ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຈະລາຍ ງານໃຫ້ກອງປະຊຸມຊາບ ກ່ຽວກັບການເດີນທາງຂອງທ່ານ ໄປຢ້ຽມຢາມປາກິສຖານ ໃນມື້ ວັນອາທິດແລ້ວ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກໍຈະປະກາດ ກ່ຽວກັບການເພີ້ມ ການຊ່ອຍເຫຼືອ ຂອງສະຫະລັດຂຶ້ນອີກ. ລັດຖະມົນຕີ ການຕ່າງປະເທດປາກິສຖານ ທ່ານ Shah Mehmood Qureshi ແມ່ນຮວມຢູ່ໃນບັນດາ ພວກທີ່ຈະຂຶ້ນ ໄປກ່າວຄຳໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ນັດພິເສດນີ້.

ວໍຊິງຕັນ ໄດ້ຮັບປາກໄປແລ້ວ ປະມານ 90 ລ້ານໂດລາ ສໍາລັບການຊ່ອຍເຫຼືອບັນເທົາທຸກ ແກ່ປາກິສຖານນັ້ນ ແລະອີກຫຼາຍໆລ້ານໂດລາ ໃນການຊ່ອຍເຫຼືອ ຂອງກອງທັບສະຫະລັດ ຮວມທັງເຮືອບິນເຮຣີຄອບເຕີ້ ປະຕິບັດງານກູ້ໄພ ແລະຂົນສົ່ງທາງອາກາດ.

ທ່ານ John Kerry ສະມາຊິກສະພາສູງສະຫະລັດ ໄດ້ເດີນທາງໄປຢ້ຽມຢາມ ເຂດທີ່ໄດ້ຮັບ ຄວາມເສຍຫາຍ ຈາກໄພນໍ້າຖ້ວມ ໃນວັນພະຫັດມື້ນີ້ ແລະໄດ້ພົບປະ ກັບພວກທະຫານ ອະເມຣິກັນ ທີ່ພົວພັນໃນການປະຕິບັດງານ ບັນເທົາທຸກ ຢູ່ໃນປາກິສຖານ.

ທະນາຄານພັດທະນາເອເຊຍ ຫຼື ADB ກ່າວວ່າ ຕົນຈະໃຫ້ເງິນ 3 ລ້ານໂດລາ ແກ່ປາກິສ ຖານເພື່ອນຳໄປໃຊ້ ໃນການຊ່ອຍເຫຼືອບັນເທົາທຸກ ແລະຄາດວ່າ ຈະປະກອບສ່ວນ ຢ່າງ ນ້ອຍ 2 ພັນລ້ານໂດລາ ເຂົ້າໃນການດຳເນີນ ຄວາມພະຍາຍາມ ເພື່ອບູລະນະສ້າງສາເຂດ ປະສົບໄພນໍ້າຖ້ວມ ພາຍໃນໄລຍະ 2 ປີຂ້າງໜ້າ.

XS
SM
MD
LG