ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປາກິສຖານຮ້ອງຂໍການຊ່ວຍເຫລືອ ບັນເທົາທຸກໄພນໍ້າຖ້ວມຕື່ມອີກ


ອົງການສະຫະປະຊາຊາດ ກ່າວວ່າ ຕົນໄດ້ຮັບເກືອບເຄິ່ງ ນຶ່ງແລ້ວ ຂອງເງິນຈຳນວນ 460 ລ້ານໂດລາທີ່ຕົນໄດ້ ຮ້ອງຂໍ​ໄປ ໃນສັບປະດາແລ້ວ ເພື່ອນຳໄປຊ່ອຍບັນເທົາທຸກ ສຸກເສີນ ໄພນໍ້າຖ້ວມຮ້າຍແຮງ ຢູ່ໃນປາກິສຖານນັ້ນ.

ເອກອັກຄະລັດຖະທູດປາກິສຖານ ປະຈຳອົງການສະຫະ ປະຊາຊາດ ທຳນາຍໃນວັນອັງຄານວານນີ້ວ່າ ຈະໃຊ້ ເວລາຢ່າງນ້ອຍ 5 ປີ ແລະເງິນຈຳນວນຫຼາຍພັນລ້ານ ໂດລາ ເພື່ອຈະບູລະນະສ້າງສາເຂດທີ່ປະສົບກັບໄພນໍ້າ ຖ້ວມ ໃຫ້ກັບຄືນສູ່ສະພາບປົກກະຕິ.

ເອກອັກຄະລັດຖະທູດ Zamir Akram ກ່າວວ່າ ນັ້ນແມ່ນຮວມທັງປະມານ 2,500 ລ້ານໂດລາ ເພື່ອບູລະນະສ້າງສາ ເຂດພາກເໜືອຂອງປະເທດ ແຕ່ພຽງເຂດດຽວເທົ່ານັ້ນ. ທ່ານເວົ້າວ່າ ພື້ນທີ່ 132,000 ກິໂລແມັດ ມົນທົນ ຊຶ່ງເປັນເນື້ອທີ່ໃຫຍ່ທໍ່ກັບປະເທດ ອັງກິດ ໄດ້ຖືກນໍ້າຖ້ວມ ແລະຜົນລະປູກ ຂອງປາກິສຖານ ໃນພື້ນທີ່ 1 ລ້ານເຮັກຕາ ໄດ້ຖືກທຳລາຍ.

ພ້ອມ​ດຽວ​ກັນ ທ່ານ Akram ​ໄດ້​ຮ້ອງ​ຂໍ ການຊ່ອຍເຫຼືອເພີ້ມຕື່ມ ຈາກນາໆຊາດ ເພື່ອຊ່ວຍ​ສະໜອງ​ຄວາມ​ຕ້ອງການ​ສະເພາະ​ໜ້າ​ຕ່າງໆ​ ຂອງຊາວປາກິສຖານ ຈຳນວນຫຼາຍລ້ານ ຄົນ ທີ່ເຮືອນຊານບ້ານຊ່ອງ ແລະຊີວິດການເປັນຢູ່ ຂອງພວກເຂົາເຈົ້າ ໄດ້ຖືກທຳລາຍ ໂດຍໄພນໍ້າຖ້ວມ.

ອົງການສະຫະປະຊາຊາດ ກ່າວໃນມື້ວານນີ້ວ່າ ສ່ວນໃຫຍ່ຂອງຊາວປາກິສຖານ ຈຳນວນ 20 ລ້ານຄົນ ທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມນັ້ນ ຍັງບໍ່ທັນໄດ້ຮັບ ການຊ່ອຍເຫຼືອສຸກ ເສີນເທື່ອ.



XS
SM
MD
LG