ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານໂລກ ຊ່ອຍປາກິສຖານ


ຜູ້ປະສົບໄພນໍ້າຖ້ວມ ປາກິສຖານ
ຜູ້ປະສົບໄພນໍ້າຖ້ວມ ປາກິສຖານ

ທະນາຄານ​ໂລກ​ ກ່າວ​ວ່າ ຕົນ ຈະໃຫ້ເງິນ 900 ລ້ານໂດລາ ເພື່ອ​ເປັນ​ທືນ​ໃຊ້​ຈ່າຍ ​ໃນການ ບັນເທົາທຸກ ໄພນໍ້າຖ້ວມ ທີ່ປາກິສຖານ.

ລາຍງານຂ່າວ ຂອງທະນາຄານໂລກ ແຈ້ງວ່າ ຈະມີການ​ໂອນ​ຍ້າຍເງິນ 10 ລ້ານໂດລາ ມາຈາກໂຄງການອື່ນໆ ເພື່ອໃຫ້ການຊ່ອຍເຫຼືອ ທາງດ້ານເຊື້ອໄຟ ເຫຼັກ ຊີມັງ ​ແລະປັດໄຈ ອື່ນໆ ທີ່ຈຳເປັນ ສຳລັບໄລຍະເລີ້ມຕົ້ນ ຂອງການຟື້ນໂຕຄືນ.

ທະນາຄານໂລກ ບໍ່ໄດ້ແຈ້ງໃຫ້ຊາບ ຢ່າງສະເພາະເຈາະຈົງວ່າ ເງິນສ່ວນໃຫຍ່ ຈະນຳໄປໃຊ້ຈ່າຍແບບໃດ. ນອກນັ້ນ ລາຍງານແຈ້ງວ່າ ທາງທະນາຄານໂລກ ຍັງໄດ້ວາງໂຄງການໄວ້ ​ສໍາລັບສ້ອມແປງ ໂຄງລ່າງພື້ນຖານ ທີ່ມີຄວາມສຳຄັນນັ້ນ ຢູ່ເລາະລຽບ ຕາມແຄມແມ່ນໍ້າ INDUS ເພື່ອຊ່ອຍປ້ອງກັນ ໄພນໍ້າຖ້ວມ ໃນອະນາຄົດຂ້າງໜ້າ.

ອົງການສະຫະປະຊາຊາດ ເວົ້າວ່າ ມີພວກເດັກນ້ອຍ ຫຼາຍເຖິງ 3 ລ້ານ 5 ແສນ ຄົນ ໃນປາກິສຖານ ທີ່ສ່ຽງຕໍ່ ການຕິດພະຍາດ ທີ່ມານຳນໍ້າ ໂດຍໄດ້ເຕືອນວ່າ​ ຈະ​ມີການ ເສຍຊີວິດ ຮອບທີ 2 ຈາກໄພນໍ້າຖ້ວມ.

ທ່ານ MAURIZIO GUILIANO ໂຄສົກຂອງ ອົງການມະນຸດສະທຳ ສະຫະປະຊາຊາດ ກ່າວໃນມື້ວານນີ້ວ່າ ມີຫຼາຍເຖິງ 6 ລ້ານຄົນ ປະເຊີນກັບ ການສ່ຽງ ຕໍ່ການເປັນໂຣກ ຖອກທ້ອງ ທ້ອງບິດ ແລະໂຣກອື່ນໆອີກ ຖ້າປາກິສຖານ ຫາກບໍ່ໄດ້ຮັບ ການຊ່່ອຍເຫຼືອເພີ້ມຕື່ມ.

ຝົນຕົກໜັກ ຈາກລະດູລົມມໍລະສຸມ ເປັນເວລາ 3 ອາທິດ ພາໃຫ້ເກີດໄພນໍ້າຖ້ວມ ຮ້າຍ ແຮງສຸດ ໃນປະວັດສາດ ປາກິສຖານ ໂດຍກະປະມານວ່າ ມີ 1,600 ຄົນເສຍຊີວິດ ແລະອີກ 20 ລ້ານຄົນ ໄດ້ຮັບຜົນກະທົບ ທີ່ແຂວງ KHYBER-PAKHTUNKHWA ແຂວງປັນຈາບ ແລະແຂວງ SIND ຂອງປາກິສຖານ.

XS
SM
MD
LG