ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

20 ລ້ານຄົນໄດ້ຮັບຜົນກະທົບ ຈາກໄພນໍ້າຖວ້ມ


ພວກປະສົບໄພ ນໍ້າຖ້ວມ ຍ່າງຜ່ານຕູບຜ້າຕັ້ງ ໃນບໍລິເວນ ເດີ່ນວິທະຍາໄລແຫ່ງນຶ່ງ ທີ່ທະຫານຈັດໃຫ້ເປັນ ບ່ອນພັກຊົ່ວຄາວ ຢູ່ຊານເມືອງ Nowshera (14 ສິງຫາ 2010)
ພວກປະສົບໄພ ນໍ້າຖ້ວມ ຍ່າງຜ່ານຕູບຜ້າຕັ້ງ ໃນບໍລິເວນ ເດີ່ນວິທະຍາໄລແຫ່ງນຶ່ງ ທີ່ທະຫານຈັດໃຫ້ເປັນ ບ່ອນພັກຊົ່ວຄາວ ຢູ່ຊານເມືອງ Nowshera (14 ສິງຫາ 2010)

ນາຍົກລັດຖະມົນຕີ ປາກິສຖານ ທ່ານ Yousuf Raza Gilani ກ່າວໃນວັນເສົາມື້ນີ້ວ່າ ມີ 20 ລ້ານຄົນໄດ້ຮັບ ຜົນກະທົບ ຈາກໄພນໍ້າຖ້ວມຮ້າຍແຮງສຸດ ໃນປະວັດ ສາດ ຂອງປາກິສຖານ.

ໂຕເລກດັ່ງກ່າວ ແມ່ນສູງກວ່າ ທີ່ທາງອົງການສະຫະປະ ຊາຊາດ ກະປະມານໄວ້ ກ່ອນໜ້ານີ້ວ່າ ມີ 14 ລ້ານຄົນ.

ທ່ານ Gilani ກ່າວໃນຄຳປາໄສ ທາງໂທລະພາບ ຕໍ່ປະເທດຊາດ ຂະນະທີ່ປາກິສຖານ ສະເຫຼີມສະຫຼອງ ວັນຄົບຮອບ ໃນການໄດ້ຮັບເອກກະລາດ ທີ່ມີການຈັດ ແບບນ້ອຍລົງ.

ເຈົ້າໜ້າທີ່ກ່າວວ່າ ໄພນໍ້າຖ້ວມນີ້ ເຮັດໃຫ້ມີຜູ້ເສຍຊີວິດ ປະມານ 1,600 ຄົນ ແລະໄດ້ທຳ ລາຍຫຼືບໍ່ກໍສ້າງຄວາມເສຍຫາຍ ໃຫ້ແກ່ເຮືອນຊານ ຂອງປະຊາຊົນ ຫຼາຍກວ່າ 700,000 ຫຼັງ.

ນອກນັ້ນ ເຈົ້າໜ້າທີ່ຍັງໃຫ້ການຢືນຢັນ ກ່ຽວກັບໂຣກອະຫິວາ ກໍລະນີທຳອິດ ທີ່ເມືອງ Mingora ໃນເຂດຮ່ອມພູ Swat ທາງພາກຕາເວັນຕົກສຽງເໜືອ ຂອງປາກິສຖານ. ສ່ວນກໍລະນີອື່ນໆ ຂອງໂຣກລະບາດ ຮ້າຍແຮງດັ່ງກ່າວ ຍັງເປັນພຽງ ການສົງໄສເທົ່ານັ້ນ.

ປະທານາທິບໍດີ ປາກິສຖານ ທ່ານ Asif Ali Zardari ຊຶ່ງໄດ້ຖືກຕຳໜິຕິຕຽນ ຢ່າງກວ້າງ ຂວາງ ໃນການເດີນທາງ ໄປຢ້ຽມຢາມຢູໂຣບ ລະຫວ່າງທີ່ເກີດ ໄພນໍ້າຖ້ວມນັ້ນ ຈະເດີນ ທາງໄປຢ້ຽມຢາມ ເຂດປະສົບໄພນໍ້າຖ້ວມ ໃນວັນເສົາມື້ນີ້.

XS
SM
MD
LG