ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພນໍ້າຖ້ວມໃນປາກິສຖານ


ຜູ້ປະສົບໄພນໍ້າຖ້ວມ ໃນປາກິສຖານ (12 ສິງຫາ 2010)
ຜູ້ປະສົບໄພນໍ້າຖ້ວມ ໃນປາກິສຖານ (12 ສິງຫາ 2010)

ນາຍົກລັດຖະມົນຕີ ປາກິສຖານ ທ່ານ Yousuf Raza Gilani ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ຄວາມຊ່ອຍເຫຼືອບັນ ເທົາທຸກ ແກ່ຊາວປາກິສຖານ ຈຳນວນຫຼາຍໆລ້ານຄົນ ທີ່ປະສົບໄພນໍ້າຖ້ວມຮ້າຍແຮງ ຫຼັງຈາກໄດ້ມີຝົນຕົກໜັກ ໃນລະດູລົມມໍລະສຸມ ເປັນເວລາຫຼາຍໆອາທິດ.

ທ່ານ Gilani ໄດ້ບິນໄປຍັງແຄວ້ນ Baluchistan ໃນ ພາກຕາເວັນຕົກສຽງໃຕ້ ຂອງປາກິສຖານ ໃນວັນພະຫັດ ມື້ນີ້ ເພື່ອສຳຫຼວດເບິ່ງ ຄວາມເສຍຫາຍ ຈາກໄພນໍ້າຖ້ວມ ແລະກ່າວວ່າ ລັດຖະບານຂອງທ່ານ ຈະດຳເນີນການ ຢ່າງດີທີ່ສຸດ ໃນການໃຫ້ຄວາມຊ່ອຍເຫຼືອ ບັນເທົາທຸກ.

ສະຫະລັດ ໄດ້ເພີ້ມການດຳເນີນຄວາມພະຍາຍາມ ຊ່ອຍເຫຼືອບັນເທົາທຸກຂອງຕົນ ໂດຍໄດ້ ສົ່ງກຳປັ່ນບັນທຸກເຮືອບິນ Peleliu ຊຶ່ງມີເຮືອບິນເຮຣີຄອບເຕີ້ ປະຈຳການ 19 ລຳ ໄປຍັງ ປາກິສຖານ. ເຮືອບິນເຮຣີຄອບເຕີ້ເຫຼົ່ານີ້ ຈະຖືກນໍາໄປໃຊ້ແທນ ເຮືອບິນເຮຄອບເຕີ້ ສູ້ລົບ 6 ລຳ ທີ່ຢືມມາຈາກ ການປະຕິບັດງານ ໃນການເຮັດສົງຄາມ ຂອງສະຫະລັດ ຢູ່ໃນອັຟກາ ນິສຖານ ທີ່ເປັນເພື່ອນບ້ານນັ້ນ.

ໃນມື້ວານນີ້ ອົງການສະຫະປະຊາຊາດ ໄດ້ຮ້ອງຂໍການຊ່ອຍເຫຼືອສຸກເສີນ ເກືອບ 460 ລ້ານໂດລາ ສຳລັບປາກິສຖານ ທ່າມກາງທີ່ມີຄວາມຢ້ານກົວກັນວ່າ ພວກຫົວຮຸນແຮງ ອາດຈະສວຍໃຊ້ວິກິດການດັ່ງກ່າວ ເພື່ອຜົນປະໂຫຍດຂອງຕົນ.

ມາຮອດປັດຈຸບັນ ມີຜູ້ເສຍຊີວິດແລ້ວ ຫຼາຍກວ່າ 1,600 ຄົນ ແລະອີກເກືອບ 14 ລ້ານຄົນ ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ທີ່ແຂວງ Khyber-Pakhtunkhwa ແຂວງ Punjab ແລະແຂວງ Sindh ຂອງປາກິສຖານ.

XS
SM
MD
LG