ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ນາຍົກປາກິສຖານ ຮຽກຮ້ອງໃຫ້ປະຊາຊົນ ຊ່ອຍກັນສ້າງສາ ປະເທດຄືນໃໝ່


ປະຊາຊົນປາກິສຖານພາກັນລຸຍນໍ້າຕາມຖະໜົນທີ່ຖືກນໍ້າຖ້ວມ ໃນເມືອງ ກາຣາຈີ ປາກິສຖານ, ວັນທີ 10 ກັນຍາ 2011.


















ນາຍົກລັດຖະມົນຕີປາກິສຖານ ທ່ານ Yousuf Raza Gilani ​ໄດ້ຮຽກຮ້ອງ​ປະຊາຊົນ​ປາ
ກິ​ສຖານ​ໃຫ້​ປຸ້ມລຸມ​ກັນ ​ຊ່ອຍ​ປະ​ເທດ​ຟື້ນ​ຟູ​ຈາກຝົນ​ຕົກ​ໜັກ​ໃນ​ລະດູມອນ​ສູນ ທີ່​ໄດ້​ເອົາ​ຊີ
ວິດ​ປະຊາຊົນ​ໄປ​ແລ້ວ​ຫລາຍ​ກວ່າ 140 ຄົນ​ແລະ​ນໍ້າ​ຖ້ວມເນື້ອ​ທີ່​ ປະມານ 1 ລ້ານ 6
ແສນເຮັກຕາ​ ໃນຫລາຍເຂດ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ທ່ານ Gilani ​ໄດ້​ທໍາ​ການ​ຮຽກຮ້ອງດັ່ງກ່າວ​ ທາງ​ໂທລະ​ພາບໃນ​ແລງ​ວັນ​ເສົາ​ວານ​ນີ້ ຫລັງ​
ຈາກ​ຝົນ​ໄດ້​ກະ​ໜໍ່າລົງ​ຢ່າງ​ໜັກ​ໃນ​ເມືອງ​ກາຣາຈີ ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ​ເຮັດ​ໃຫ້
ການ​ສັນຈອນ​ໄປ​ມາ​ຕິດ​ຂັດ​ແລະ​ ​ປະຊາຊົນໄດ້​ຮັບ​ບາດ​ເຈັບ​ຕ້ອງໄປ​ປິ່ນປົວ​ຢູ່ໂຮງໝໍ. ທ່ານ
Gilani ກ່າວ​ວ່າ ລັດຖະບານ​ຫວັງ​ວ່າ ຈະ​ຈັດ​ຕັ້ງ​ງົບປະມານ​ຈໍານວນ​ຫລາຍ​ກວ່າ 80 ລ້ານ
ໂດ​ລາໄວ້​ຕ່າງຫາກ ​ເພື່ອ​ໄປ​ຊ່ອຍ​ປະຊາຊົນ​ໃນ​ຂົງ​ເຂດ​ທີ່ຖືກກະທົບ​ຢ່າງ​ໜັກ​ຈາກ​ໄພ​ນໍ້າ​
ຖ້ວມ ​ເພື່ອ​ສ້າງສາ​ປະ​ເທດ​ຄືນ​ໃໝ່​ນັ້ນ ​ແຕ່​ທ່ານກໍໄດ້​ຮຽກຮ້ອງຂໍ​ການ​ຊ່ອຍ​ເຫລືອຈາກ​
ນາໆ​ຊາດ​ເຊ່ນ​ກັນ.

ແຂວງ Sindh ​ເປັນ​ແຂວງ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໜັກ​ກວ່າ​ໝູ່. ລັດຖະບານ​ປາ​ກິ​ສຖານ​
ກ່າວ​ວ່າ 22 ​ໃນ​ຈໍານວນ 23 ຫົວ​ເມືອງໃນ​ແຂວງ Sindh ​ແລະ​ບາງ​ພາກສ່ວນ​ຂອງ​
ແຂວງ Baluchistan ​ທີ່ຢູ່​ຕິດ​ກັນ​ນັ້ນ ​ແມ່ນ​ຖືກ​ນໍ້າ​ຖ້ວມ.

ລາຍ​ງານ​ຂ່າວ​ບັ້ນ​ຫລ້າ​ສຸດສະ​ແດງ​ວ່າ ປະຊາຊົນປະມານ 2 ​ແສນຄົນ​ຕ້ອງການ​ຄວາມ​
ຊ່ອຍເຫລືອ​ດ້ານ​ມະນຸດສະ​ທໍາ​ໂດຍ​ທັນທີ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ​ເຖິງ​ແມ່ນ​ລັດຖະບານ​ໄດ້​ທໍາ​ການ​ຮັບ​ມື​ກັບໄພ​ນໍ້າ​ຖ້ວມ​ຢ່າງ​ທັນ
ທີ​ກໍ​ຕາມ ​ແຕ່​ກໍຍັງ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ຢ່າງ​ຫລວງຫລາຍ​ຢູ່. ຖະ​ແຫລ​ງຂ່າວ​ສະ
ບັບ​ນຶ່ງຂອງສະຫະ​ປະຊາ​ຊາດ​ ໃນ​ວັນ​ເສົາວານ​ນີ້​ເວົ້າ​ວ່າ ທາງ​ອົງການ​ສະຫະ​ປະຊາ​ຊາດ​
ກໍ​ໄດ້ທໍາ​ການຕອບ​ສະໜອງໃຫ້ການ​ຊ່ອຍ​ເຫລືອ​ດ້ານ​ມະນຸດສະ​ທໍາ​ຢ່າງ​ຮີ​ບດ່ວນ​ຕໍ່​ໄພ​ຫາ​
ຍະ​ນະຄັ້ງ​ນີ້ ຕາມ​ຄໍາ​ຮ້ອງ​ຂໍຈາກ​ລັດຖະບານ​ກຸງ​ອິສລາມາ​ບັດ.

XS
SM
MD
LG