ປະທານາທິບໍດີປາກິສຖານທ່ານ ASIF ALI ZARDARI
ໄດ້ເດີນທາງກັບຄືນປະເທດທີ່ຖືກທໍາລາຍເສຍຫາຍຍ້ອນ
ໄພນໍ້າຖ້ວມນັ້ນຫຼັງຈາກໄດ້ເດີນໄປຢ້ຽມຢາມຢູໂຣບທີ່ເປັນ
ບັນຫາຖົກຖຽງໂຕ້ແຍ້ງກັນນັ້ນ.
ທ່ານ ZARDARI ໄດ້ເດີນທາງໄປເຖິງນະຄອນກາຣາຈີ
ໃນພາກໃຕ້ປາກິສຖານໃນວັນອັງຄານມື້ນີ້ແລະມີກຳນົດ
ທີ່ຈະເດີນທາງກັບຄືນໄປຍັງນະຄອນຫຼວງອິສລາມາບັດ.
ພວກຕຳໜິຕິຕຽນໄດ້ຕັ້ງຄຳຖາມວ່າ ເປັນຫຍັງປະທານາທິ
ບໍດີ ZARDARI ຈຶ່ງຍັງສືບຕໍ່ທຳການຢ້ຽມຢາມປະເທດ
ຝຣັ່ງແລະອັງກິດທັງໆທີ່ໄດ້ເກີດໄພນໍ້າຖ້ວມສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານ
ບ້ານຊ່ອງແລະຜົນລະປູກຂອງປະຊາຊົນ.
ອົງການສະຫະປະຊາຊາດກ່າວໃນມື້ວານນີ້ວ່າໄພນໍ້າຖ້ວມໃນປາກິສຖານໄດ້ມີຜົນກະທົບ
ຕໍ່ປະຊາຊົນຫຼາຍກວ່າພວກທີ່ປະສົບໄພຈາກຟອງຍັກສຶນາມິໃນເຂດມະຫາສະມຸດອິນເດຍ
ໃນປີ 2004 ແຜ່ນດິນໄຫວຢູ່ແຄວ້ນແຄັສເມຍຂອງປາກິສຖານໃນປີ 2005 ແລະແຜ່ນດິນ
ໄຫວຢູ່ເຮຕີໃນປີນີ້ຮວມກັນທັງໝົດ.
ຈຳນວນພວກເສຍຊີວິດຈາກໄພພິບັດເຫຼົ່ານີ້ແຕ່ລະຄັ້ງ ແມ່ນສູງກວ່າຈໍານວນຄົນຕາຍມາ
ຮອດປັດຈຸບັນ 1600 ຄົນຍ້ອນໄພນໍ້າຖ້ວມຢູ່ປາກິສຖານ ຊຶ່ງເລີ້ມຂຶ້ນເມື່ອ 2 ອາທິດກ່ອນນີ້
ແຕ່ຈຳນວນຜູ້ໄດ້ຮັບຜົນກະທົບ 15 ລ້ານຄົນນັ້ນແມ່ນ 2 ລ້ານຄົນສູງກວ່າພວກທີ່ປະສົບ
ໄພຈາກໄພພິບັດເຫຼົ່ານີ້ໄລ່ຮວມກັນ.