ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

4 ລ້ານກ່ວາຄົນໄດ້ຮັບຜົນກະ ທົບຈາກນໍ້າຖ້ວມທີ່ປາກິສຖານ


4 ລ້ານກ່ວາຄົນໄດ້ຮັບຜົນກະ ທົບຈາກນໍ້າຖ້ວມທີ່ປາກິສຖານ
4 ລ້ານກ່ວາຄົນໄດ້ຮັບຜົນກະ ທົບຈາກນໍ້າຖ້ວມທີ່ປາກິສຖານ

ເຈົ້າໜ້າທີ່ປາກິສຖານໄດ້ຍົກຍ້າຍປະຊາຊົນຫລາຍກວ່າ
ຫ້າແສນຄົນ ຈາກຂົງເຂດທີ່ສ່ຽງຕໍ່ການຖືກນໍ້າຖ້ວມໃນພາກ
ໃຕ້ຂອງປະເທດ ຂະນະທີ່ຈໍານວນປະຊາຊົນທີ່ຖືກກະທົບ
ໂດຍໄພພິບັດນໍ້າຖ້ວມໄດ້ຖີບຂຶ້ນກາຍສີ່ລ້ານຄົນໄປແລ້ວ.

ໄພນໍ້າຖ້ວມທີ່ວ່ານີ້ໄດ້ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່
ຂົງເຂດຕາ ເວັນຕົກສ່ຽງເໜືອຂອງປາກິສຖານ ຍັງຜົນໃຫ້ມີ ຜູ້ເສຍຊີວິດຫລາຍກວ່າ 1,500 ຄົນໃນອາທິດຜ່ານມາ ຕະຫລອດທັງພັດທຳລາຍ ຖະນົນຫົນ ທາງ ຂົວ ແລະ ບ້ານເຮືອນ ແລະທຳລາຍຜົນລະປູກແລະດິນປູກຝັງ. ການເຂົ້າໄປຫາໃນຫລາຍໆຂົງເຂດ ຕ້ອງໄດ້ໃຊ້ຍົນເຮລິຄອບເຕີ ຫລື ເຮືອເທົ່ານັ້ນ.

ໂຄງການອາຫານໂລກກ່າວວ່າ ຕົນໄດ້ຈັດໃຫ້ມີການລຳລຽງທາງອາກາດຄັ້ງໃຫຍ່ ໃນມື້ວານນີ້ ເພື່ອຂົນສົ່ງສະບຽງອາຫານ ໄປໃຫ້ປະຊາຊົນຫລາຍໝື່ນຄົນ ທີ່ຖືກຕັດຂາດ ຈາກເຂດພາຍນອກຍ້ອນນໍ້າຖ້ວມນັ້ນ.

ກະຊວງປ້ອງກັນປະເທດສະຫະລັດກໍກ່າວວ່າ ກໍາລັງທະຫານສະຫະລັດ ສາມາດສົ່ງທະຫານ ຈາກປະເທດເພື່ອນບ້ານອັຟການິສຖານ ໄປຊ່ວຍເຫລືອ ບັນເທົາທຸກໄພນໍ້າຖ້ວມທີ່ປາກິສ ຖານຄັ້ງນີ້ໄດ້ ຖ້າຫາກລັດຖະບານອິສລາມາບັດຮ້ອງຂໍມາ.

ທ່ານ Geoff Morrell ໂຄສົກກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ ຍົນເຮລິຄອບ ເຕີສະຫະລັດ 6 ລໍາ ໄດ້ຂຶ້ນບິນ 15 ຖ້ຽວໃນວັນພະຫັດວານນີ້ ເພື່ອຂົນສົ່ງສະບຽງບັນເທົາ ທຸກ 30 ຕັນ ແລະໄດ້ຊ່ວຍຍົກຍ້າຍປະຊາຊົນ 800 ຄົນ ຈາກເມືອງ Kalam ໃນແຂວງ Khyber-Pakhtunkhwa ທາງພາກຕາເວັນຕົກສ່ຽງເໜືອຂອງປາກິສຖານ. ຍົນເຮລິຄອບເຕີ ຫົກລໍານັ້ນ ແມ່ນໄປຈາກອັຟການິສຖານ.

XS
SM
MD
LG