ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

30 ຄົນເສຍຊີວິດ ຍ້ອນນຳ້ຖ້ວມ ທາງພາກເໜືອ ຂອງ ປາກິສຖານ


ແຜນທີ່ປະເທດ ປາກິສຖານ.
ແຜນທີ່ປະເທດ ປາກິສຖານ.

ນ້ຳຖ້ວມກະທັນຫັນ ທີ່ເປັນສາເຫດມາຈາກຝົນມໍລະສຸມທີ່ຕົກໜັກ ໄດ້ເຮັດໃຫ້ ມີປະຊາຊົນ ເສຍຊີວິດຢ່າງໜ້ອຍ 30 ຄົນ ໃນເຂດຊົນນະບົດຂອງເມືອງ Chitral ເຊິ່ງຕັ້ງຢູ່ທາງພາກເໜືອຂອງປະເທດ ປາກິສຖານ.

ບັນດາເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ນ້ຳຖ້ວມໄດ້ພັດເອົາວັດອິສລາມ ແລະ ເຮືອນ ຫຼາຍຫຼັງ ໄປ. ຈຳນວນຜູ້ເສຍຊີວິດລວມມີແມ່ຍິງ ແລະ ເດັກນ້ອຍນຳ. ການປະ ຕິບັດການຄົ້ນຫາ ແລະ ກູ້ໄພແມ່ນກຳລັງດຳເນີນໄປຢູ່ເພື່ອຊອກຫາຄົນອື່ນໆທີ່ ຫາຍສາບສູນຢູ່ໃນຂົງເຂດ ດັ່ງກ່າວ, ແລະເຮັດໃຫ້ມີຄວາມກັງວົນຂຶ້ນຕື່ມວ່າ ຈຳນວນທັງໝົດຂອງຜູ້ເສຍຊີວິດອາດຈະເພີ່ມສູງຕື່ມອີກ.

ກົມອຸຕຸນິຍົມຂອງ ປາກິສຖານ ໄດ້ອອກຄຳເຕືອນກ່ອນໜ້ານີ້ແລ້ວ ກ່ຽວກັບ ຄວາມເປັນໄປ ໄດ້ຂອງນ້ຳຖ້ວມກະທັນຫັນນີ້.

ເມືອງ Chitral ແມ່ນເຂດທີ່ໄດ້ຮັບຄວາມນິຍົມຂອງບັນດານັກທ່ອງທ່ຽວທ້ອງ ຖິ່ນ ແລະ ຕ່າງປະເທດ ສຳລັບຮ່ອມພູທີ່ມີທີວທັດສວຍງາມ ແລະ ວັດທະນະ ທຳທີ່ມີສີສັນ. ຮ່ອມພູໜຶ່ງທີ່ມີຊື່ວ່າ Kailash ແມ່ນບ່ອນຢູ່ຂອງຊົນເຜົ່າກຸ່ມ ນ້ອຍກຸ່ມດຽວທີ່ອາໄສຢູ່ໃນ ປາກິສຖານ.

ນອກນີ້ ຝົນຍັງໄດ້ກໍ່ໃຫ້ເກີດຄວາມເສຍຫາຍໃນເມືອງ Karachi ເຊິ່ງເປັນເມືອງ ທີ່ໃຫຍ່ທີ່ສຸດຂອງ ປາກິສຖານ, ເຊິ່ງການດຳລົງຊີວິດຂອງປະຊາຊົນໄດ້ຢຸດຊະງັກ ລົງ ໃນຂະນະທີ່ຖະໜົນຫົນທາງຈົມຢູ່ພື້ນນ້ຳ ແລະ ພື້ນທີ່ສ່ວນໃຫຍ່ຂອງຕົວ ເມືອງຂາດໄຟຟ້າໃຊ້.

ຄວາມເສຍຫາຍໄດ້ສະແດງໃຫ້ເຫັນບັນຫາທີ່ແກ່ຍາວກັບລະບົບໄຟຟ້າ ແລະ ການບຳບັດ ນ້ຳເປື້ອນຂອງເມືອງດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG