ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນໍ້າຖ້ວມ ໃນ ປາກິສຖານ ແລະ ອັຟການິສຖານ (ວີດິໂອ/ສະໄລດ໌)


ປະຊາຊົນພາກັນລໍຖ້າຂ້າມທາງທີ່ຖືກນໍ້າຖ້ວມ ຢູ່ຊານເມືອງຂອງ ນະຄອນ Karachi ໃນວັນທີ 4 ສິງຫາ 2013
ປະຊາຊົນພາກັນລໍຖ້າຂ້າມທາງທີ່ຖືກນໍ້າຖ້ວມ ຢູ່ຊານເມືອງຂອງ ນະຄອນ Karachi ໃນວັນທີ 4 ສິງຫາ 2013
ພວກພະຍາກອນອາກາດທໍານາຍວ່າ ຈະມີຝົນຕົກໜັກກວ່າ
ເກົ່າໃນວັນຈັນ ມື້ນີ້ ໃນປາກິສຖານ ແລະທາງພາກຕາ
ເວັນອອກຂອງອັຟການິສຖານ ບ່ອນທີ່ໄພນໍ້າຖ້ວມຍ້ອນຝົນ
ຕົກໜັກ ໄດ້ສັງຫານຫລາຍກວ່າ 80 ຄົນແລ້ວ.

ດິນຟ້າອາກາດບໍ່ດີ ໄດ້ທໍາລາຍບ້ານເຮືອນຫລາຍຫລັງ ແລະໄດ້
ຖ້ວມເຄື່ອງປູກຂອງຝັງຢູ່ທີ່ນັ້ນໄປໝົດເລີຍ. ນະຄອນ Karachi
ຂອງປາກິສຖານແມ່ນຖືກກະທົບຫລາຍທີ່ສຸດ ນໍ້າຖ້ວມຖະໜົນ
ຫົນທາງໄປໝົດ ແລະເຮັດໃຫ້ໄຟຟ້າມອດຢູ່ໃນພື້ນທີ່ສ່ວນໃຫຍ່
ຂອງຕົວເມືອງດັ່ງກ່າວ.

ພວກທະຫານໄດ້ມາຊ່ວຍທໍາຄວາມສະອາດຊາກຫັກພັງ ແລະເອົາ
ອາຫານທີ່ຍັງຮ້ອນໆມາໃຫ້ປະຊາຊົນຢູ່ແຫ່ງນັ້ນກິນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Pakistan Flood
please wait
Embed

No media source currently available

0:00 0:00:51 0:00


ຝົນມໍລະສຸມອັນຮ້າຍແຮງ ແມ່ນຕົກເປັນປະຈໍາຕາມລະດູການໃນແຕ່ລະປີ ຢູ່ໃນເຂດ
ເອເຊຍໃຕ້ ແຕ່ວ່າໃນສາມປີຜ່ານມານີ້ ມັນເປັນໄພອັນຕະລາຍຮ້າຍແຮງພິເສດ.

ຝົນຕົກໃນປີ 2010 ໄດ້ສັງຫານຢ່າງໜ້ອຍ 1,800 ຄົນ ແລະບັງຄັບໃຫ້ຄົນຫລາຍລ້ານ ຄົນຕ້ອງໄດ້ອົບພະຍົບໜີຈາກບ້ານເຮືອນຂອງຕົນໄປ.

ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:

XS
SM
MD
LG