ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຮ້ອງຂໍການຊ່ອຍເຫຼືອ ໃຫ້ປາກິສຖານ


ສປຊ ຮ້ອງຂໍການຊ່ອຍເຫຼືອ ໃຫ້ປາກິສຖານ
ສປຊ ຮ້ອງຂໍການຊ່ອຍເຫຼືອ ໃຫ້ປາກິສຖານ

ອົງການສະຫະປະຊາຊາດໄດ້ຮ້ອງຂໍຄວາມຊ່ອຍເຫຼືອທາງ ດ້ານມະນຸດສະທຳ ທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາຄືມີມູນຄ່າ ຫຼາຍກວ່າ 2 ພັນລ້ານໂດລາເພື່ອນຳໄປຊ່ອຍປາກິສຖານ ທີ່ປະສົບໄພນໍ້າຖ້ວມນັ້ນ.

ເລຂາທິການໃຫຍ່ຂອງອົງການສະປະຊາຊາດ ທ່ານ Ban Ki Moon ທີ່ໄດ້ເດີນທາງໄປຢ້ຽມຢາມ ເຂດປະສົບໄພນໍ້າ ຖ້ວມ ໃນເດືອນແລ້ວ ກ່າວໃນຂະນະທີ່ຮ້ອງຂໍຄວາມຊ່ອຍ ເຫຼືອວ່າ ໄພນໍ້າຖ້ວມຄັ້ງນີ້ແມ່ນໄພທຳມະຊາດຮ້າຍແຮງສຸດ ທີ່ສະຫະປະຊາຊາດໄດ້ຮັບມື ໃນປະວັດສາດ 65 ປີ ຂອງ ອົງການສະຫະປະຊາຊາດ.

ໃນເດືອນສິງຫາຜ່ານມາ ອົງການສະຫະປະຊາຊາດ ໄດ້ຮ້ອງຂໍຄວາມຊ່ອຍເຫຼືອ 459 ລ້ານໂດລາ ເພື່ອນຳໄປຊ່ອຍຜູ້ປະສົບໄພນໍ້າຖ້ວມ 14 ລ້ານຄົນ. ປະມານ 80% ຂອງ ການຮ້ອງຂໍດັ່ງກ່າວ ແມ່ນໄດ້ຮັບການ ສະໜອງຕອບແລ້ວ.

ເງິນຊ່ອຍເຫຼືອທີ່ວ່ານີ້ແມ່ນກຳນົດຈະນຳໄປໃຊ້ຈ່າຍໃນໂຄງການຕ່າງໆເກືອບ 500 ໂຄງການ ທີ່ກວມລວມທັງ ບ່ອນພັກພາອາໄສ ອາຫານການກິນ ນໍ້າສະອາດ ສຸຂາພິບານ ອະນາໄມ ແລະການກະເສດ.

ໄພນໍ້າຖ້ວມ ທີ່ເກີດຈາກຝົນຕົກໜັກໃນລະດູລົມມໍລະສຸມນັ້ນເຮັດໃຫ້ມີຜູ້ເສຍຊີວິດແລ້ວຫຼາຍ ກວ່າ 1,700 ຄົນແລະທຳລາຍໝູ່ບ້ານຕ່າງໆ ຕະຫຼອດທັງດິນປູກຝັງ ຖະໜົນຫົນທາງ ຂົວ ແລະໂຄງລ່າງພື້ນຖານອື່ນໆອີກ.

ຫົວໜ້າອົງການມະນຸດສະທຳຄົນໃໝ່ ຂອງສະຫະປະຊາຊາດ ທ່ານນາງ Valerie Amos ກ່າວໃນມື້ວັນສຸກວານນີ້ວ່າ ປະຊາຊົນຊາວປາກິສຖານ ໄດ້ປະສົບກັບໄພພິບັດຫຼາຍໆຢ່າງ ພ້ອມກັນ.

XS
SM
MD
LG