ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສປຊ ຈະຮ້ອງຂໍການຊ່ວຍເຫລືອໃຫ້ ຜູ້ປະສົບໄພນໍ້າຖ້ວມປາກິສຖານ ຕື່ມອີກ


ອົງການສະຫະປະຊາຊາດມີກຳນົດທີ່ຈະເລີ້ມທຳການ
ຮ້ອງຂໍຄວາມຊ່ອຍເຫຼືອຄັ້ງໃໝ່ໃຫ້ແກ່ປາກິສຖານ ຂະນະ
ທີ່ປະເທດດັ່ງກ່າວສືບຕໍ່ຮັບມືກັບໄພນໍ້າຖ້ວມທີ່ສ້າງຄວາມ
ເສຍຫາຍຮ້າຍແຮງ. ຄາດກັນວ່າ ສະຫະປະຊາຊາດຈະທໍາ
ການປະກາດໃນວັນພຸດມື້ນີ້ ຮ້ອງຂໍຄວາມຊ່ອຍເຫຼືອຫຼາຍ
ຮ້ອຍລ້ານໂດລາ ເພື່ອນຳໄປບັນເທົາທຸກພວກປະສົບໄພ
ຈຳນວນຫຼາຍໆລ້ານຄົນ. ມາຮອດປັດຈຸບັນນີ້ໄພນໍ້າຖ້ວມ
ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຫຼາຍກວ່າ 1,600 ຄົນແລະ
ມີຜົນກະທົບຕໍ່ປະຊາຊົນເກືອບ 14 ລ້ານຄົນ ໃນແຂວງ
KHYBER-PAKHTUNKHWA ແຂວງ PUNJAB
ແລະແຂວງ SINDH ຂອງປາກິສຖານ.

ກຸ່ມທາລີບານໃນປາກິສຖານໄດ້ປະນາມການຊ່ອຍເຫຼືອຂອງນາໆຊາດແລະຮຽກຮ້ອງ
ໃຫ້ປາກິສຖານປະຕິເສດບໍ່ຍອມຮັບເອົາການຊ່ອຍເຫຼືອນັ້ນ. ກຸ່ມຫົວຮຸນແຮງທາລີບານ
ເວົ້າວ່າການຊ່ອຍເຫຼືອເຫຼົ່ານີ້ແມ່ນມີ​ວັດຖຸ​ປະສົງເພື່ອເຮັດໃຫ້ປາກິສຖານບອກໄດ້ໃຊ້ຟັງ.

ສະຫະລັດກ່າວໃນມື້ວັນອັງຄານວານນີ້ວ່າຕົນຈະໃຫ້ການຊ່ອຍເຫຼືອຕື່ມອີກ 20 ລ້ານ
ໂດລາແກ່ປາກິສຖານ ຊຶ່ງຈະເຮັດໃຫ້ການຊ່ອຍເຫຼືອທັງໝົດເພີ້ມຂຶ້ນເປັນ 55 ລ້ານ
ໂດລາ. ເອກອັກຄະລັດຖະທູດປາກິສຖານປະຈຳສະຫະລັດກ່າວວ່າທ່ານຂໍສະແດງ
ຄວາມຮູ້ບຸນຄຸນໃນການສະໜອງຕອບຂອງວໍຊິງຕັນຕໍ່ໄພນໍ້າຖ້ວມໃນຄັ້ງນີ້ ແຕ່ກໍກ່າວ
ເນັ້ນວ່າ ປາກິສຖານຍັງຈະຕ້ອງການຊ່ອຍເຫຼືອທີ່ຈຳເປັນຕ່າງໆເພີ້ມຕື່ມອີກ​ ໃນ
ໄລຍະຫຼາຍໆເດືອນຕໍ່ໜ້າ.

XS
SM
MD
LG