ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພນ້ຳຖ້ວມທີ່ຮ້າຍແຮງ ຢູ່ໃນປາກິສຖານ ມີຮ່ອງຮອຍ ຂອງສະພາບອາກາດຮ້ອນຂຶ້ນ


ພວກທະຫານກອງທັບບົກ ຊ່ອຍປະຊາຊົນຍົກຍ້າຍອອກຈາກພື້ນທີ່ທີ່ຖືກກະທົບຈາກໄພນ້ຳຖ້ວມ ໃນເຂດຣາຈານປູຣ ເມືອງປູນຈາບ ຂອງປາກິສຖານ, ວັນທີ 27 ສິງຫາ 2022.
ພວກທະຫານກອງທັບບົກ ຊ່ອຍປະຊາຊົນຍົກຍ້າຍອອກຈາກພື້ນທີ່ທີ່ຖືກກະທົບຈາກໄພນ້ຳຖ້ວມ ໃນເຂດຣາຈານປູຣ ເມືອງປູນຈາບ ຂອງປາກິສຖານ, ວັນທີ 27 ສິງຫາ 2022.

ອົງປະກອບທີ່ຄຸ້ນເຄີຍກັນດີຂອງພາວະໂລກຮ້ອນ ແມ່ນໄດ້ມີຄົບແລ້ວ ທີ່ລວມມີ: ອຸນຫະພູມທີ່ສູງຂຶ້ນເລື້ອຍໆ ອາກາດທີ່ຮ້ອນຂຶ້ນກວ່າເກົ່າສາມາດສະສົມຄວາມຊຸມຊື່ນໄດ້ຫຼາຍຂຶ້ນ ສະພາບອາກາດທີ່ປັ່ນປ່ວນ ແມ່ນໜັກຂຶ້ນກວ່າເກົ່າ ແຜ່ນນ້ຳກ້ອນເປື່ອຍຢູ່ເລື້ອຍໆ ການດຳລົງຊີວິດຂອງປະຊາຊົນແມ່ນຢູ່ໃນເສັ້ນທາງຂອງໄພອັນຕະລາຍ ແລະຄວາມທຸກຍາກ. ສິ່ງທັງຫຼາຍນັ້ນ ໄດ້ປະກອບເຂົ້າກັນ ຢູ່ໃນປະເທດປາກິສຖານທີ່ມີຄວາມສ່ຽງຢູ່ແລ້ວນັ້ນ ກໍ່ໃຫ້ເກີດມີຝົນຕົກຢ່າງບໍ່ລົດລະແລະພາໃຫ້ເກີດນ້ຳຖ້ວມທີ່ຮ້າຍແຮງເຮັດໃຫ້ສູນເສຍຊີວິດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ໄພນ້ຳຖ້ວມມີຈຸດເດັ່ນຂອງໄພພິບັດ ທີ່ເກີດຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດ ແຕ່ມັນເປັນການຖິ້ມໂທດ ໃສ່ພາວະໂລກຮ້ອນ ໄວເກີນໄປ ອີງຕາມນັກວິທະຍາສາດຈຳນວນນຶ່ງ ທີ່ໄດ້ກ່າວຕໍ່ອົງການຂ່າວເອພີ. ມັນໄດ້ເກີດຂຶ້ນຢູ່ໃນປະເທດທີ່ບໍ່ໄດ້ເຮັດຫຍັງ ທີ່ກໍ່ໃຫ້ເກີດພາວະໂລກຮ້ອນເລີຍ ແຕ່ກໍໄດ້ຖືກກະ ທົບຊ້ຳແລ້ວຊ້ຳອີກ ຄືກັນກັບຝົນທີ່ຕົກລົງມາຢ່າງບໍ່ຢຸດຢັ້ງ.

“ໃນປີນີ້ ປາກິສຖານ ໄດ້ຮັບນໍ້າຝົນສູງທີ່ສຸດ ໃນຢ່າງໜ້ອຍສາມທົດສະວັດຜ່ານມາ. ມາຮອດປີນີ້ ຝົນຕົກແມ່ນມີຢູ່ໃນລະດັບເກີນກວ່າປົກກະຕິ ຫຼາຍກວ່າ 780 ເປີເຊັນ” ທ່ານອາບິດ ໄຄຢູມ ຊູເລີຣີ (Abid Qaiyum Suleri) ຜູ້ອຳນວຍການໃຫຍ່ ຂອງສະຖາບັນດ້ານນະໂຍບາຍການພັດທະນາທີ່ຍືນຍົງ ແລະເປັນສະມາຊິກສະພາດ້ານການປ່ຽນແປງຂອງສະພາບອາກາດຂອງປາກິສຖານ ໄດ້ກ່າວ ແລະທ່ານກ່າວຕໍ່ໄປວ່າ “ຮູບແບບຂອງສະພາບອາກາດທີ່ຮ້າຍແຮງແມ່ນເກີດຂຶ້ນຢູ່ເລື້ອຍໆໃນພາກພື້ນ ແລະປາກິສຖານກໍບໍ່ໄດ້ຖືກຍົກເວັ້ນ.”

ລັດຖະມົນຕີຮັບຜິດຊອບດ້ານສະພາບອາກາດ ທ່ານນາງແຊຣີ ເຣແມນ (Sherry Rehman) ໄດ້ກ່າວວ່າ “ມັນໄດ້ກາຍເປັນໄພພິບັດໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.”

ປາກິສຖານ “ແມ່ນຖືວ່າ ເປັນປະເທດທີ່ມີຄວາມສ່ຽງສຸດ ອັນດັບແປດ ຕໍ່ການປ່ຽນແປງຂອງດິນຟ້າອາກາດ” ທ່ານໂມຊິນ ຮາຟີສ (Moshin Hafeez) ນັກວິທະຍາສາດປະຈຳຢູ່ທີ່ ສະຖາບັນຄຸ້ມຄອງນ້ຳສາກົນ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນ ລາຮໍ (Lahore) ໄດ້ກ່າວ. ມັນແມ່ນ ຝົນ ຄວາມຮ້ອນ ແລະແຜ່ນນໍ້າກ້ອນທີ່ເປື່ອຍຢູ່ ເຫຼົ່ານີ້ ແມ່ນປັດໄຈຂອງການປ່ຽນແປງຂອງດິນຟ້າອາກາດ ທີ່ພວກນັັກວິທະຍາສາດ ໄດ້ເຕືອນກ່ຽວກັບມັນ ຊ້ຳແລ້ວຊ້ຳອີກ.

ໃນຂະນະດຽວກັນ ພວກນັກວິທະຍາສາດ ຊີ້ໃຫ້ເຫັນຮ່ອງຮອຍທັງຫຼາຍເຫຼົ່ານີ້ ຂອງການປ່ຽນແປງໃນສະພາບອາກາດ, ພວກເຂົາເຈົ້າ ຍັງບໍ່ທັນສຳເລັດໃນການຄຳນວນທີ່ສະລັບຊັບຊ້ອນ ທີ່ປຽບທຽບໃນສິ່ງທີ່ໄດ້ເກີດຂຶ້ນຢູ່ປາກິສຖານ ໃສ່ກັບສິ່ງຄວນເກີດຂຶ້ນໃນໂລກ ໂດຍປາດສະຈາກໂລກຮ້ອນຂຶ້ນ. ການສຶກສາອັນນັ້ນ ຄາດໝາຍວ່າ ໃນບໍ່ເທົ່າໃດອາທິດ ຈະກຳນົດຢ່າງເປັນທາງການໄດ້ວ່າ ການປ່ຽນແປງຂອງສະພາບອາກາດ ມີປັດໄຈຕໍ່ໄພພິບັດຫຼາຍປານໃດ, ຖ້າຫາກວ່າ ບໍ່ມີເລີຍ.

“ນໍ້າຖ້ວມໃນປາກິສຖານເມື່ອມໍ່ໆມານີ້ ແທ້ຈິງແລ້ວ ແມ່ນເປັນຜົນມາຈາກໄພພິ ບັດຂອງສະພາບອາກາດ....ທີ່ໃກ້ຈະເກີດຂຶ້ນຂະໜາດໃຫຍ່” ທ່ານອານຈາລ ປຣາຄາສ (Anjal Prakash) ຜູ້ອຳນວຍການດ້ານການຄົ້ນຄວ້າຢູ່ທີ່ສະຖາບັນ ບາຣຕີ ດ້ານນະໂຍບາຍສາທາລະນະຂອງອິນເດຍ ໄດ້ກ່າວ. ທ່ານກ່າວອີກວ່າ “ປະເພດຂອງຝົນຕົກບໍ່ຢຸດຢັ້ງທີ່ໄດ້ເກີດຂຶ້ນ....ບໍ່ເຄີຍເກີດຂຶ້ນມາກ່ອນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Luxury Hotel in Pakistan Collapses Due to Floods
please wait

No media source currently available

0:00 0:00:38 0:00

XS
SM
MD
LG