ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ປາ​ກິ​ສ​ຖານ ປະ​ເຊີນ​ໜ້າ ​ກັບການ​ຄັດ​ຄ້ານ​ຢ່າງ​ແຮງ ຕໍ່​ແຜນ​ການ​ທີ່​ຈະ​ດຳ​ເນີນ​ຄະ​ດີ ​ພົນ​ລະ​ເຮືອນ ໂດຍ​ສານ​ທະ​ຫານ


ແຟ້ມ - ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ລົດ​ທີ່​ຖືກ​ຈູດ ໂດຍ​ພວກ​ສະ​ໜັບ​ສະ​ໜຸນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ການ​ຈັບ​ກຸມ​ທ່ານ ທີ່​ເມືອງ​ເພ​ຊາ​ວາ ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2023.
ແຟ້ມ - ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ລົດ​ທີ່​ຖືກ​ຈູດ ໂດຍ​ພວກ​ສະ​ໜັບ​ສະ​ໜຸນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ການ​ຈັບ​ກຸມ​ທ່ານ ທີ່​ເມືອງ​ເພ​ຊາ​ວາ ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2023.

ກຸ່ມປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໄດ້​ຕ້ອງ​ຕິ​ປາ​ກິ​ສ​ຖານ​ຢ່າງ​ແຮງທີ່​ໄດ້​ປະ​ກາດ​ແຜນ​ການ​ນຳ​ໃຊ້​ກົດ​ໝາຍ​ທະ​ຫານເພື່ອ​ທຳ​ການ​ລົງ​ໂທດຕໍ່​ພວກ​ທີ່​ຮັບ​ຜິດ​ຊອບ​ໃນການ​ວາງ ​ເພີງ ລະ​ຫວ່າງ​ການ​ປະ​ທ້ວງ​ເມື່ອ​ໄວໆ​ມານີ້ ທີ່​ເກີດ​ຂຶ້ນ​ຍ້ອນ​ການ​ຈັບ​ກຸມ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ.

ໃນ​ຖະ​ແຫຼງ​ການ​ເມື່ອ​ວັນ​ອັງ​ຄານ​ວານນີ້ ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນໄດ້​ກ່າວ​ເຖິງ​ການ​ເຄື່ອນ​ໄຫວ ​ທີ່​ເປັນ​ບັນ​ຫາ​ໂຕ້​ແຍ້ງນັ້ນ​ວ່າ ເປັນເລື້ອງ​ທີ່ໜ້າ​ເປັນ​ແລະ​ຂັດ​ກັບ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ແລະ​ທວງ​ໃຫ້​ທຳ​ການ​ຍົກ​ເລີກ​ໃນ​ທັນ​ທີ.

“ນີ້​ແມ່ນກົນ​ລະ​ຍຸດ​ໃນການ​ຂົ່ມ​ຂູ່​ແທ້ໆ​ ທີ່​ແນ​ໃສ່​ເພື່ອ​ທຳ​ການ​ປາບ​ປາມ​ພວກ​ທີ່​ບໍ່​ພໍ​ໃຈ​ ໂດຍ​ໃຊ້​ຄວາ​ມ​ຢ້ານ​ກົວ​ຕໍ່​ສະ​ຖາ​ບັນ​ທີ່​ບໍ່​ເຄີຍ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ກ້າວ​ກ່າຍ​ຂອງ​ຕົນ​ເລີຍ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ ທ່ານນາງ​ດີ​ນຸ​ສ​ຊີ​ກາ ດິ​ສ​ຊາ​ນາ​ຢາ​ເກ (Dinusshika Dissanayake) ຮອງ​ຜູ້​ອຳ​ນວຍ​ການ​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ເຂດ​ເອ​ເຊຍ​ໃຕ້ ​ໂດຍ​ໝາຍ​ເຖິງກອງ​ທັບ​ທີ່​ມີ​ອິດ​ທິ​ພົນ​ຂອງ​ປາ​ກີ​ສ​ຖານ.

ທ່ານ​ຄານ​ໄດ້​ຖືກ​ຈັບແບບ​ໃຊ້​ຄວາມ​ຮຸນ​ແຮງ ໂດຍ​ກຳ​ລັງ​ພິ​ເສດ ໃນ​ຂໍ້​ຫາ​ຮັບ​ສິນ​ບົນ​ ຢູ່ນອກ​ສານ​ໃນ​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດ ເມື່ອ​ອາ​ທິດ​ແລ້ວ ໃນ​ຂະ​ນະ​ທີ່​ທ່ານ​ພວມ​ກະ​ກຽມ​ເພື່ອ​ເຂົ້າ​ຮ່ວມ​ຮັບ​ຟັງ​ຂໍ້​ກ່າວ​ຫາ​ອີກ​ຄະ​ດີ​ນຶ່ງ.

ນັກ​ການ​ເມືອງ​ທີ່​ປະ​ຊາ​ຊົນ​ນິ​ຍົມ​ອາ​ຍຸ 70 ປີ​ທ່ານນີ້ໄດ້​ຖືກ​ປ່ອຍ​ໂຕຫຼັງ​ຈາກ​ສານ​ສູງ​ສຸດ​ປະ​ກາດ​ວ່າ ​ການ​ຈັບ​ກຸມ​ທ່ານ​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ແຕ່​ການ​ຄຸມ​ຂັງ​ທ່ານ​ເປັນ​ເວ​ລາ​ຫຼາຍ​ມື້ ໄດ້​ພາ​ໃຫ້​ມີ​ການ​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດ ຊຶ່ງ​ຈຳ​ນວນ​ນຶ່ງ​ໄດ້​ກາຍ​ເປັນ​ຄວາມ​ຮຸນ​ແຮງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG