ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

6 ຄົນເສຍຊີວິດ ແລະ 20 ຄົນບາດເຈັບ ໃນການວາງລະເບີດລົດເມ ທີ່ປາກີສຖານ


ຊາກລົດເມທີ່ຖືກລະເບີດທໍາລາຍ ໃນປາກິສຖານ, ວັນທີ 15 ພືດສະພາ 2011
ຊາກລົດເມທີ່ຖືກລະເບີດທໍາລາຍ ໃນປາກິສຖານ, ວັນທີ 15 ພືດສະພາ 2011

ພວກເຈົ້າໜ້າທີ່ໃນເຂດພາກຕາເວັນອອກຂອງປາກີສຖານ
ກ່າວວ່າ ການວາງລະເບີດ​ໃສ່ລົດບັສຄັນນຶ່ງ ​ໄດ້​ສົ່ງຜົນໃຫ້
ມີຜູ້ເສຍຊີວິດຢ່າງໜ້ອຍຫົກຄົນ.

ພວກເຈົ້າໜ້າທີ່ກ່າວວ່າ ມີຜູ້ໄດ້ຮັບບາດເຈັບອີກ 20 ຄົນ
ຈາກເຫດລະເບີດ ເມື່ອວັນເສົາວານນີ້ ຢູ່​ໃກ້ເມືອງ Kharian
ທີ່ຕັ້ງຂອງ​ຄ້າຍທະຫານໃນແຂວງປັນຈາບ

ມີຜູ້ໂດຍສານຢູ່ເທິງລົດບັສຄັນດັ່ງກ່າວປະມານ 50 ຄົນ
ເວລາເກີດລະເບີດ ບໍ່ມີຜູ້ໃດອ້າງເອົາຄວາມຮັບຜິດຊອບ
ໃນການວາງລະເບີດຄັ້ງນີ້.

ເຫດລະເບີດມີຂື້ນພາຍໃນ​ເວລາມື້ນຶ່ງ ຫລັງ​ຈາກການໂຈມຕີບັ້ນນຶ່ງໃນພາກຕາເວັນຕົກສຽງ ເໜືອຂອງປາກີສຖານ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 80 ຄົນ ແລະບາດເຈັບອີກ ຫລາຍກວ່າ 120 ຄົນ.

ກຸ່ມຕາລິບານຂອງປາກີສຖານໄດ້ອ້າງເອົາຄວາມຮັບຜິດຊອບ ສໍາລັບການໂຈມຕີດັ່ງກ່າວນັ້ນ ແລະໄດ້ປະຕິຍານວ່າຈະທໍາການໂຈມຕີຕື່ມ​ອີກ ເພື່ອ ແກ້ແຄ້ນການຕາຍຂອງຜູ້ນໍາ ອາລ ຄາອີດາ ນາຍໂອຊາມາ ບິນ ລາເດັນ ທີ່ຖືກສັງຫານໂດຍກອງກໍາລັງພິເສດຂອງສະຫະລັດ ໃນການບຸກ​ເຂົ້າຄົ້ນ ​ເຮືອນ​ຫລັງນຶ່ງໃນເມືອງ Abbottabad ຂອງປາກີສຖານ ເມື່ອວັນທີ່ 2 ເດືອນພືດສະພານັ້ນ.

XS
SM
MD
LG