ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ໄດ້​ສັງ​ຫານ ​ຜູ້​ກໍ່​ການ​ຮ້າຍ 56 ຄົນ​ໃນຮອບ​ສີ່​ປີ


ພວກ​ເດັກ​ນ້ອຍ​ ປາ​ກິ​ສ​ຖານ ຖື​ປ້າຍ​ທີ່​ມີຮູບ​ເດັກ​ນ້ອຍ​ທີ່​ຖືກ​ເຄາະ​ຮ້າຍ ຈາກ​ການ​ສັງ​ຫານ​ໝູ່ ວັນ​ທີ 16 ປີ 2014 ​ໃນ​ການ​ໂຈ​ມ​ຕີ ທີ່ເມືອງ​ເພ​ສ​ຊາ​ວາ​ຣ. ວັນ​ທີ 15 ທັນ​ວາ 2018.
ພວກ​ເດັກ​ນ້ອຍ​ ປາ​ກິ​ສ​ຖານ ຖື​ປ້າຍ​ທີ່​ມີຮູບ​ເດັກ​ນ້ອຍ​ທີ່​ຖືກ​ເຄາະ​ຮ້າຍ ຈາກ​ການ​ສັງ​ຫານ​ໝູ່ ວັນ​ທີ 16 ປີ 2014 ​ໃນ​ການ​ໂຈ​ມ​ຕີ ທີ່ເມືອງ​ເພ​ສ​ຊາ​ວາ​ຣ. ວັນ​ທີ 15 ທັນ​ວາ 2018.

ສານ​ທະ​ຫານ​ໃນ ​ອັ​ຟ​ກາ​ນິ​ສ​ຖານ​ ໄດ້​ຕັດ​ສິນ​ປະ​ຫານ​ຊີ​ວິດ 130 ຄົນ ທີ່ຖືກ​ຕັດ​ສິນ​ມີ
​ຄວາມ​ຜິດ ກ່ຽວ​ກັບ ​ກໍ່​ການ​ຮ້າຍ​ໃນ​ສີ່​ປີ​ທີ່​ຜ່ານ​ມາ ແລະ 56 ຄົນ​ໄດ້​ຖືກ​ປະ​ຫານ​ຊີ​ວິດ​
ໄປ​ແລ້ວ. ການຕັດ​ສິນ​ປະ​ຫານ​ຊີ​ວິດ​ສິບ​ຫ້າ​ຄົນ ໄດ້​ຮັບ​ການ​ອະ​ນຸ​ມັດຈາກ​ຫົວ​ໜ້​າ​ກອງ
​ທັບ​ໃນ​ວັນ​ອາ​ທິດ​ມື້​ນີ້ ອີງ​ຕາມການ​ປະ​ກາດ​ຂອງ​ທາງ​ການ.

​ກອງ​ທັບ​ບົກ​ໄດ້​ເຜີຍ​ແຜ່​ລາຍ​ລະ​ອຽດ ໃນ​ຂະ​ນະ​ທີ່​ປະ​ເທດ​ໄວ້​ອາ​ໄລ​ຄົບ​ຮອບ​ສີ່​ປີ​ຂອງ
ການສັງ​ຫານ​ໝູ່​ຫຼາຍກວ່າ 150 ຄົນ ​ເດືອນ​ທັນ​ວາ ປີ 2014 ທີ່​ຜ່ານ​ມາ ຊຶ່ງສ່ວນ​ໃຫຍ່
​ເປັນ​ເດັກ​ນ້ອຍ ຢູ່​ໂຮງ​ຮຽນ​ລັດ​ທີ່ບໍ​ລິ​ຫານ​ໂດຍກອງ​ທັບ​ບົກ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​
ເໜືອ​ຂອງ​ເມືອງ ​ເພ​ສ​ຊາ​ວາ​ຣ.

ກ​ານ​ໂຈ​ມ​ຕີ​ຂອງພ​ວກ​ຫົວ​ຮຸນ​ແຮງ​ ໄດ້ສ້າງ​ຄວ​າມຄຽດ​ແຄ້ນ​ຢ່າງ​ຮ້າຍ​ແຮງ​ໃຫ້ແກ່​
ຊາວ​ປາ​ກິ​ສ​ຖານ ແລະ​ເຮັດ​ໃຫ້​ສະ​ພາໃນ​ເວ​ລາ​ນັ້ນ ອະ​ນຸ​ຍາດ​ໃຫ້​ກອງ​ທັບ ພິ​ຈາ​ລະ
​ຈາ​ຄະ​ດີພວກ​ພົນ​ລະ​ເຮືອນ ທີ່​ເຊື່ອມ​ໂຍງກັບ​ກຸ່ມ​ກໍ່​ການ​ຮ້າຍ ຫຼື​ ​ອົງ​ການ​ກໍ່​ກວນ​ສ້າງ
​ຄວາມ​ຮຸ​ນ​ແຮງ​ທີ່​ມີ​ຊື່​ຢູ່​ໃນ​ຂົງ​ເຂດດັ່ງ​ກ່າວ.

ທະ​ຫານ​ປາ​ກິ​ສ​ຖານ​ຄົນ​ນຶ່ງ ຢຸດ​ພວກ​ນັກ​ຂ່າວ​ບໍ່​ໃຫ້​ຖ່າຍ​ຮູບ ຢູ່​ທີ່​ສານ​ຕ້ານ​ການ​ກໍ່​ການ​ຮ້າຍ ທີ່​ເມືອງ​ກາ​ຣາ​ຈີ ປາ​ກິ​ສ​ຖານ ວັນ​ທີ 12 2015.
ທະ​ຫານ​ປາ​ກິ​ສ​ຖານ​ຄົນ​ນຶ່ງ ຢຸດ​ພວກ​ນັກ​ຂ່າວ​ບໍ່​ໃຫ້​ຖ່າຍ​ຮູບ ຢູ່​ທີ່​ສານ​ຕ້ານ​ການ​ກໍ່​ການ​ຮ້າຍ ທີ່​ເມືອງ​ກາ​ຣາ​ຈີ ປາ​ກິ​ສ​ຖານ ວັນ​ທີ 12 2015.

ນັ​ບ​ແຕ່​ນັ້ນ​ມາ​ສານ​ທະ​ຫານ​ກໍ​ໄດ້​ຮັບ 717 ຄະ​ດີຂອງ​ຜູ້​ທີ່ຖືກ “ກ່າວ​ຫາກໍ່​ການ​ຮ້າຍ”
ຈາກ​ລັດ​ຖະ​ບານ​ພົນ​ລະ​ເຮືອນ ແລະ ​ໄດ້ສະ​ຫລຸບ​ການ​ພິ​ຈາ​ລະ​ນາ 546 ຄະ​ດີ.

ກອງ​ທັບ​ບົກໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການຂອງ​ເຂົາ​ເຈົ້າ​ໃນ​ວັນ​ອາ​ທິດ​ມື້​ນີ້​ວ່າ “ນອກ​ຈາກ
310 ຄົນ​ທີ່​ຖືກ​ຕັດ​ສິນ​ປະ​ຫານ​ຊີ​ວິດ​ນັ້ນ, ພວກ​ກໍ່​ການ​ຮ້າຍ 56 ຄົນ​ແມ່ນໄດ້​ຖືກ​ປະ
​ຫານ​ຊີ​ວິດແລ້ວ ຫຼັງ​ຈາກ​ເສັດ​ສິ້ນ​ການ​ດຳ​ເນີນການທາງ​ກົດ​ໝາຍ​ ທີ່​ນອກ​ເໜືອການ
ຕັດ​ສິນ​ຂອງ​ສານ​ທະ​ຫານ ເຊິ່ງຮວມ​ທັງ​ການຂໍ​ອຸ​ທອນຂອງ​ເຂົາ​ເຈົ້າ​ ຢູ່​ໃນ​ສານສູງ​ສຸດ
ພົນລະ​ເຮືອນ ແລະ​ປະ​ຕິ​ເສດ​ການ​ຮ້ອງ​ຂໍ​ຄວາມ​ກະ​ລຸ​ນາ​ຈາກ​ທັງ​ສອງ​ ໂດຍ​ຫົວ​ໜ້າ​
ກອງ​ທັບ ແລະ​ປະ​ທາ​ນາ​ທິບໍ​ດີ​ ປາ​ກິ​ສ​ຖານ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG