ນາຍົກລັດຖະມົນຕີທີ່ຖືກຂັບໄລ່ອອກຈາກຕຳແໜ່ງ ທ່ານອິມຣານ ຄານ ຂອງປາກິສຖານ ໄດ້ກ່າວຫາລັດຖະບານປະສົມຂອງປະເທດໃນອາທິດນີ້ ກ່ຽວກັບການເລື່ອນເວລາໃນການເລືອກຕັ້ງແຫ່ງຊາດຄັ້ງໃໝ່ ເພື່ອແຕ່ງຕັ້ງ “ຜູ້ບັນຊາ
ການກອງທັບຄົນໃໝ່ທີ່ພວກເຂົາເຈົ້າເລືອກເອງ” ສໍາລັບປົກປ້ອງຂໍ້ກ່າວຫາໃນການສໍ້ລາດບັງຫຼວງ ແລະການສ້າງຄວາມຮັ່ງມີທີ່ບໍ່ດີຂອງພວກເຂົາ.
ນາຍົກລັດຖະມົນຕີ ທ່ານຊາບາສ ຊາຣີບ (Shahbaz Sharif) ພ້ອມດ້ວຍລັດຖະບານປະສົມ ແລະ ກອງທັບທີ່ມີອິດທິພົນຂອງປະເທດ, ໃນວັນຈັນວານນີ້ໄດ້ ກ່າວຕ້ອງຕິ ຂໍ້ກ່າວຫາຂອງອະດີດຜູ້ນໍາປະຊາທິປະໄຕທີ່ເປີດເຜີຍໃນລະຫວ່າງການໂຮມຊຸມນຸມໃຫຍ່ໃນຕອນກາງຄືນ ເພື່ອຕໍ່ຕ້ານລັດຖະບານຢູ່ເມືອງ ໄຟຊາລາບາດ (Faisalabad).
ຄວາມຂັດແຍ້ງ ມີຂຶ້ນເນື່ອງຈາກການໂຕ້ຖຽງກັນທີ່ຮຸນແຮງຢູ່ໃນສື່ມວນຊົນລະ ດັບຊາດ ແລະຂອບເຂດການເມືອງ ກ່ຽວກັບຄວາມເປັນໄປໄດ້ຂອງຜູ້ທີ່ຈະມາສືບທອດການດໍາລົງຕໍາແໜ່ງ ຫົວໜ້າເສນາທິການກອງທັບບົກ ຂອງນາຍພົນກາມາ ຈາເວັດ ບັຈວາ (Qamar Javed Bajwa), ຜູ້ທີ່ມີກໍານົດຈະອອກກິນເບ້ຍບໍານານໃນເດືອນພະຈິກທີ່ຈະມາເຖິງນີ້.
ທ່ານ ຄານ ໄດ້ບອກກັບສະມາຊິກພັກຝ່າຍຄ້ານ ປາກິສຖານ ເຕຣິກ-ອີ-ອິນຊາຟ ຂອງທ່ານທີ່ມາລວມກັນໃນຕອນຄໍ່າຂອງວັນອາທິດແລ້ວນີ້ວ່າ “ພວກເຂົາຕ້ອງການແຕ່ງຕັ້ງຜູ້ບັນຊາການກອງທັບທີ່ພວກເຂົາເຈົ້າເລືອກເອງ ເນື່ອງຈາກພວກເຂົາລັກເອົາເງິນໄປແລ້ວ.”
“ພວກເຂົາເຈົ້າມີຄວາມຢ້ານ ຖ້າຫົວໜ້າຜູ້ບັນຊາການກອງທັບທີ່ເຂັ້ມແຂງ ແລະມີໃຈຮັກຊາດ ຫາກໄດ້ຮັບການແຕ່ງຕັ້ງ, ຄົນຜູ້ນັ້ນ ຈະຕັ້ງຄໍາຖາມນໍາພວກເຂົາ ກ່ຽວກັບຄວາມຮັ່ງມີທີ່ພວກເຂົາເຈົ້າໄດ້ລັກເອົາໄປ,” ແລະ ທ່ານຄານກໍໄດ້ກ່າວເພີ້ມເຕີມອີກວ່າ “ຜູ້ໃດກໍຕາມຢູ່ໃນລາຍຊື່ທີ່ມີຄຸນງາມຄວາມດີໃນລະດັບສູງສຸດ ຈະຕ້ອງໄດ້ຮັບການແຕ່ງຕັ້ງ” ເພື່ອເປັນຜູ້ບັນຊາການກອງທັບ.
ທ່ານ ຊາຣິຟ ໄດ້ນໍາໃຊ້ທວິດເຕີ້ເພື່ອຂັດຄ້ານຕໍ່ຄວາມຄິດເຫັນຕ່າງໆຂອງທ່ານ ຄານ ວ່າເປັນ “ຄໍາເວົ້າທີ່ໜ້າລັງກຽດ” ໂດຍກ່່າວວ່າ ພວກເຂົາເຈົ້າມີເປົ້າໝາຍຕໍ່ການກ່າວຫາ ໃສ່ການຈັດຕັ້ງຂອງລັດຖະບານ.
ໂຄສົກຂອງກອງທັບກ່າວວ່່າ ກອງທັບ “ມີຄວາມຕົກໃຈຫຼາຍ ກ່ຽວກັບການໝິ່ນປະໝາດແລະບໍ່ສົມເຫດສົມຜົນ” ຂອງທ່ານຄານ. ທ່ານໂຄສົກກ່າວຕື່ມວ່າ “ໜ້າເສົ້າໃຈ, ທີ່ມີຄວາມພະຍາຍາມໃນການເຮັດໃຫ້ເສຍຊື່ສຽງ ແລະບ່ອນທໍາລາຍຜູ້ ນໍາອາວຸໂສຂອງກອງທັບປາກິສຖານ.”