ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງ​ທັບ ປາກ​ິ​ສ​ຖານ ​​ນຳລູກ​ສອນ​ໄຟ ຕິດ​ຫົວ​ລະ​ເບີດ ນິວ​ເຄ​ລຍ ເຂົ້າ​ປະ​ຈຳ​ການ


ລູກ​ສອນ​ໄຟ NASR ທີ່​ຜະ​ລິດ​ໂດຍ ປາ​ກິ​ສ​ຖານ ຖືກ​ນຳ​ອອກ​ມາ​ສະ​ແດງ ໃນ​ພິ​ທີ​ສວນ​ສະ​ໜາມ ເນື່ອງ​ໃນ​ວັນ​ຊ​າດ ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 23 ​ມີ​ນາ 2017.
ລູກ​ສອນ​ໄຟ NASR ທີ່​ຜະ​ລິດ​ໂດຍ ປາ​ກິ​ສ​ຖານ ຖືກ​ນຳ​ອອກ​ມາ​ສະ​ແດງ ໃນ​ພິ​ທີ​ສວນ​ສະ​ໜາມ ເນື່ອງ​ໃນ​ວັນ​ຊ​າດ ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 23 ​ມີ​ນາ 2017.

ປາ​ກິ​ສ​ຖານ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດໄລ​ຍະ​ໃກ້ ໃນ​ວັນ​ພ​ະ​ຫັດ​ວານນີ້ ຊຶ່ງ​ເຮັດ​ໃຫ້ກອງ​ທັບ ​ຂອງປະ​ເທດ​ດັ່ງ​ກ່າວ ມີ​ຈະ​ຫຼວດ​ສາ​ມາດ​ຕິດ​ຫົວ​ລ​ະ​ເບີດ​ນິວ​ເຄ​ລຍ​ໃຊ້ຢ່າງ​ເປັນ​ທາງ​ການ ​ຊຶ່ງເຈົ້າ​ໜ້າ​ທີ່ກ່າ​ວ​ວ່າ ​ຈະ​ສະ​ກັດ​ກັ້ນ​ການ​ໂຈມ​ຕີ​ແບບ​ບໍ່​ຮູ້​ຕົວດ້ວຍ​ອາວຸດ​ທຳ​ມະ​ດາ​ຈາກ​ອິນ​ເດຍ ທີ່​ເປັນ​ຄູ​ແຂ່ງນັ້ນ.

ກອງ​ທັບ​ປາ​ກິ​ສ​ຖານ ໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ການ​ຝຶກ​ຊ້ອມ​ ໃນການ​ຍິງ​ລູກ​ສອນ​ໄຟນີ້​ແມ່ນ​ໄດ້​ຮັບ​ຜົນ​ຕາມ​ທີ່​ຕັ້ງ​ໄວ້. ລູກ​ສອນ​ໄຟ NASR ແມ່ນ​ມີຄວາມ​ແມ່ນ​ຍຳ​ສູງ ເປັນ​ລະ​ບົບ​ອາ​ວຸດ​ທີ່​ສາ​ມາດ​ຍິງ ແລະ​ເຄື່ອນ​ຍ້າຍ​ໄດ້ ໂດຍ​ມີຄວາມ​ສາ​ມາດ​ໃນ​ການ​ປັບ​ໂຕ ໃນ​ລະ​ຫວ່​າງ​ທີ່​ບິນ​ຢູ່.”

ພວກ​ນັກ​ຊ່ຽວ​ຊານ​ໄດ້​ໃຫ້​ການ​ອະ​ທິ​ບາຍ ກ່ຽວ​ກັບລະ​ບົບ​ອາ​ວຸດ​ດັ່ງ​ກ່າວ ທີ່​ສາ​ມາດ ​ຍິງ​ລູກ​ສອນ​ໄຟ​ໄດ້​ຫຼາຍໆ​ລູກ​ພ້ອມ​ກັນ ຊຶ່ງ​ຈະ​ອຳ​ນວຍ​ໃຫ້​ກອງ​ທັບ​ປາ​ກິ​ສ​ຖານ ທຳ​ລ​າຍ​ເປົ້າ​ໝາຍ​ຕ່າງໆ​ໄດ້ ໃນ​ເວ​ລາ​ດຽວ​ກັນ.

ເມື່ອ​ໄວໆ​ມານີ້ ອິ​ສ​ລາ​ມາ​ບັດ ໄດ້​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ລູກ​ສອນ​ໄຟ NASR ໃນ​ລະ​ຫວ່າງ​ທີ່​ພວມ​ບິນ​ຢູ່ ແລະ​ຂະ​ຫຍາຍ​ລັດ​ສະ​ໝີ​ໃນ​ການ​ຍິງ​ຂອງ​ລູກສອນ​ໄຟ​ດັ່ງ​ກ່າວ ຈາກ 60 ກິ​ໂລ​ແມັດ ຂຶ້ນ​ເປັນ 70 ກິ​ໂລ​ແມັດ.

ການ​ພັດ​ທະ​ນາ​ກົນ​ລະ​ຍຸດ​ໃນ​ສະ​ໜາມ​ລົບ​ທີ່​ໃຊ້​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ປາ​ກິ​ສ​ຖານ ໄດ້​ເປັນ​ແຫຼ່ງ​ທີ່​ພາ​ໃຫ້​ສະ​ຫະ​ລັດ​ເປັນ​ຫ່ວງຍ້ອນ​ມັນ​ມີ​ຂະ​ໜາດ​ນ້ອຍແລະ​ສາ​ມາດ ​ຕິດ​ຕັ້ງ​ໄດ້​ຢ່າງວ່ອງ​ໄວ ຊຶ່ງ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ເພີ້ມ​ຂຶ້ນ ທີ່​ຈະ​ເກີດ​ບັນ​ຫາ​ຂັດ​ແຍ້ງ​ນິວ​ເຄ​ລຍ ກັບ​ອິນ​ເດຍ ອີງ​ຕາມ​ພວກ​ນັກ​ຊ່ຽວ​ຊ້ານ​ດ້ານ​ການ​ຫ້າມ​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ.

ກອງ​ທັບ​ປາ​ກິ​ສ​ຖານ​ໃຫ້​ຂໍ້​ສັງ​ເກດ ຢູ່​ໃນ​ຖະ​ແຫຼງ​ການ​ຂອງ​ຕົນ​ວ່າ ລະ​ບົບ​ອາ​ວຸດດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ສາ​ມາດ​ໃນ​ການ​ຕ້ານ​ທານ ທີ່​ໜ້າ​ເຊື່ອ​ຖື​ໄດ້ ທີ່​ສາ​ມາດ​ມີ​ໄຊແລະ​ພົວ​ພັນ​ກັບ​ຂອບ​ເຂດ​ໃນ​ການ​ຂົ່ມ​ຂູ່ ທີ່​ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ຂຶ້ນ ຮວມ​ທັງ​ປ້ອງ​ກັນ​ລູກ​ສອນ​ໄຟ ແລະ​ລະ​ບົບ​ຕໍ່​ຕ້ານ​ອາ​ກາດ​ສະ​ຍານ​ອື່ນໆຂອງ​ສັດ​ຕູ.

ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ​ກ່າວ​ວ່າ ​ການ​ຕິດ​ຕັ້ງ​ລູກ​ສອນ​ໄຟ​ທີ່​ຍິງ​ໄດ້​ໃນໄລ​ຍະ​ໃກ້ NASR ໃນ​ສະ​ໜາມ​ລົບ ຈະ​ສະ​ກັດ​ກັ້ນ​ບໍ່​ໃຫ້​ອິນ​ເດຍ ຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານ​ ທີ່​ໃຫຍ່ກວ່າ ເປີດ​ການ​ໂຈມ​ຕີ​ຂະ​ໜາດ​ໃຫຍ່ ຢ່າງ​ກະ​ທັນ​ຫັນ ໃນ​ຂອບ​ເຂດ​ຈຳ​ກັດ ດ້ວຍ​ກຳ​ລັງ​ທຳ​ມະ​ດາ ທີ່​ບໍ່​ໃຊ້​ນິວ​ເຄ​ລຍ ພາຍ​ໃຕ້​ອັນ​ທີ່​ນິວ​ເດ​ລີ​ເອີ້ນ​ວ່າ ທິ​ດ​ສະ​ດີ ເລີ້ມ​ຕົ້ນ​ດ້ວຍ​ຄວາມ​ເຢັນ ຫຼື "Cold Start" ນັ້ນ.

ການ​ຕັດ​ສິນ​ໃຈ​ຂອງ​ອິນ​ເດຍ ທີ່​ຈະ​ຊື້ ລະ​ບົບ​ປ້​ອງ​ກັນ​ທາງ​ອາ​ກາດ S-400 Triumph ຍັງ​ພາ​ໃຫ້​ປາ​ກິ​ສ​ຖານ​ຕົກ​ໃຈ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ເຕືອນ​ວ່າ ການ​ຊື້​ຂາຍ​ດັ່ງ​ກ່າວ ຈະ​ພາ​ໃຫ້​ເກີດ​ຄວາມ​ບໍ່​ທຸ່ນ​ທ່ຽງ​ທາງ​ດ້ານ​ຍຸດ​ທະ​ສາດ​ຫຼາຍ​ຂຶ້ນ ແລະ​ຈະ​ນຳ​ໄປ​ສູ່ ການ​ແຂ່ງ​ຂັນ ທາງ​ດ້ານ​ອາ​ວຸດ ຢູ່​ໃນ​ເຂດ​ເອ​ເຊຍ​ໃຕ້ "ຄືນ​ໃໝ່."

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG