ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກີດເຫດລະເບີດ ຢ່າງຮ້າຍແຮງ ຂະນະທີ່ ການປ່ອນບັດ ເລີ້ມຂຶ້ນ ຢູ່ ປາກິສຖານ


ຝູງຊົນພາກັນລຽນແຖວ ລໍຖ້າປ່ອນບັດ ຢູ່ນະຄອນອິສລາມາບັດ ປາກິສຖານ ວັນທີ 25 ກໍລະກົດ 2018.
ຝູງຊົນພາກັນລຽນແຖວ ລໍຖ້າປ່ອນບັດ ຢູ່ນະຄອນອິສລາມາບັດ ປາກິສຖານ ວັນທີ 25 ກໍລະກົດ 2018.

ຢ່າງ​ໜ້ອຍ 31 ຄົນ​ໄດ້​ເສຍ​ຊີວິດ ​ແລະ 40 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ເຫດລະ​ເບີດ​ແຕກ
​ຢູ່​ນອກ​ໜ່ວຍ​ປ່ອນ​ບັດ ທາ​ງພາກ​ຕາ​ເວັນ​ຕົກສຽງໃຕ້​ຂອງ​ປາ​ກິ​ສຖານ​ໃນ​ວັນ​ພຸດ​ມື້​ນີ້ ບໍ່​
ເທົ່າ​ໃດ​ຊົ່ວໂມງ​ຫຼັງ​ຈາກ​ຜູ້​ປ່ອນ​ບັດ​ຫຼາຍ​ລ້ານ​ຄົນ​ ໄດ້​ໄປປ່ອນ​ບັດລົງ​ຄະ​ແນນ​ສຽງ ໃນ
​ການ​ເລືອກ​ຕັ້ງ​ສະພາແຫ່ງຊາດ.

​ເຈົ້າ​ໜ້າ​ທີ່ຕຳຫຼວດ​ອະວຸ​ໂສ​ຄົນ​ນຶ່ງ ​ກ່າວ​ຕໍ່ວີ​ໂອ​ເອວ່າ ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ໄດ້​ຂີ່​
ລົດ​ຈັກໂຈມ​ຕີຝູ​ງຊົນ ຢູ່​ນອກ​ໜ່ວຍ​ປ່ອນ​ບັດ​ໃນ​ເມືອງ​ແກັຕຕາ. ພວກເຄາະ​ຮ້າຍແມ່ນ
ຮວມທັງບັນດາ​ຜູ້​ລົງ​ຄະ​ແນນ​ສຽງ ຕຳຫຼວດ ​ແລະພວກນັກ​ເຄື່ອນ​ໄຫວ​ການ​ເມືອງ.

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນການໂຈມຕີດ້ວຍລະ​
ເບີດ​ໃນ​ວັນ​ພຸດ​ມື້​ນີ້. ເມືອງ​ແກັຕ​ຕາ​ເປັນ​ເມືອງ​ຫຼວງ ​ຂອງ​ແຂວງ​ບາລູຈິ​ສຕານ ບ່ອນ​ທີ່​ມີ​ການໂຈມຕີດ້ວຍ​ລະ​ເບີດ​ສະຫຼະ​ຊີບ​ທີ່​ຮ້າຍ​ແຮງ​ຢູ່​ບ່ອນ​ໂຄສະນາຫາສຽງ​ເລືອກ​ຕັ້ງ​ ໃນ
​ຕົ້ນ​ເດືອນ​ນີ້ ທີ່​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ 115 ຄົນ ຮວມ​ທັງຜູ້​ສະໝັກ​ສະພາ​ປະຈຳ​ແຂວງ.
ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ຍັງ​ໄດ້​ອ້າງ​ເອົາຄວາມຮັບຜິດ ຊອບໃນການ​ວາງ​ແຜນ​ສັງຫານດັ່ງກ່າວ.

ການ​ລົງ​ຄະ​ແນນ​ສຽງໃນ​ວັນ​ພຸດ​ມື້​ນີ້​ເປັນ​ການປິດສາກລົງໃນການ​ໂຄສະນາ​ເລືອກ​ຕັ້ງ​
ທົ່ວ​ໄປ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນ​ແຮງ​ແລະ​ການກ່າວ​ຫາວ່າ ມີການ​ແຊກ​ແຊງ​ໂດຍ​
ພວກທະຫານ​ທີ່​ມີ​ອິດທິພົນຂອງ​ປະ​ເທດ.

ການ​ເລືອກ​ຕັ້ງ​ໄດ້​ເຮັດໃຫ້ມີຄະແນນສຽງໃກ້ຄຽງກັນ ໃນ​ການ​ແຂ່ງຂັນ​ລະຫວ່າງ ພັກ​ສັນ
ນິບາດ​ມຸສລິ​ມປາ​ກິ​ສຖານນາວາ​ສຫຼື PML-N ຂອງອະດີດ​ນາຍົກລັດຖະ ມົນຕີ ນາວາສ
ຊາ​ຣິຟ ທີ່ເຄີຍເປັນພັກລັດຖະບານ​ແລະ​ພັກ​ຕາຣິກສ໌-ອີ-ອິນ​ຊາ​ຟ ຫຼື PTI ທີ່​ນຳພາ​ໂດຍ
​ອະ​ດີດ​ດາຣາຄຣິກ​ແກັຕ ທ່ານ​ອີ​ມຣານ ຄານ ຜູ້​ທີ່​ໄດ້​ປະ ກາດ​ວ່າ ​ຈະ​ລົບ​ລ້າງ​ການ​ສໍ້​
ລາດ​ບັງ​ຫຼວງ ​ແລະ​ສ້າງຕັ້ງ “ລັດ​ສົງເຄາະອິສລາມ”
ຂຶ້ນມາ.

ພັກ PML-N ​ໄດ້​ກ່າວ​ຫາພວກ​ທະຫານວ່າ ​ໃຫ້ການ​ຊ່ວຍ​ເຫຼືອ​ ແກ່​ທ່ານ​ຄານ ​ແລະ​ພັກ
PIT ​ເພື່ອ​ເອົາ​ຊະນະໃນ​ການ​ເລືອກ​ຕັ້ງ ຊຶ່ງເປັນການ​ກ່າວ​ຫາ​ທີ່​ທ່ານ​ຄານແລະພວກ​ທະ
ຫານ​ໄດ້​ປະຕິ​ເສດ​ຢ່າງ​ແຮງ. ທະຫານ​ໄດ້​ປົກຄອງປະ​ເທດທີ່ປະຊາຊົນສ່ວນໃຫຍ່​ເປັນ​
ມຸສລິ​ມ ຊຶ່ງມີ​ປະຊາກອນ ​ຫຼາຍ​ກວ່າ 200 ລ້ານຄົນ​ເກືອບ​ເຄິ່ງນຶ່ງ​ຂອງ​ປະຫວັດສາດ
ເປັນເວລາ 70 ປີ​ຂອງ​ປະ​ເທດດັ່ງກ່າວ.

​ໂອກາດໃນການເອົາຊະນະ​ການ​ເລືອກ​ຕັ້ງ​ຂອງພັກ PML-N ຍັງ​ໄດ້ຮັບຄວາມເສຍຫາຍ
ໂດຍ​ການ​ຕັດສິນ​ລົງ​ໂທດແບບຫຼັບຫຼັງຕໍ່​ທ່ານ​ນາວາ​ສ ຊາຣິຟ ໃນ​ຕົ້ນ​ເດືອນ​ນີ້​ ກ່ຽວກັບ​
ການ​ກ່າວ​ຫາໃນການສໍ້​ລາດບັງ​ຫຼວງ ທີ່​ພົວພັນ​ກັບ​ຊັບ​ສົມບັດທີ່​ມີ​ລາຄາ​ແພງ ຊຶ່ງທ່ານ
​ແລະ​ຄອບຄົວ​ມີ​ຢູ່​ຕ່າງ​ປະ​ເທດ. ທ່ານ​ຊາຣິ​ຟ ຜູ້​ທີ່​ໄດ້​ຖືກ​ຈັບ​ຢ່າງ​ກະທັນຫັນ ຫຼັງ​ຈາກ​ກັບ
​ຄືນ​ມາ​ ຈາກ​ປະ​ເທດ​ອັງກິດ ​ເກືອບ​ສອງອາທິດ​ກ່ອນ ​ໄດ້​ປະນາມ​ການ​ຕັດສິນນີ້​ວ່າ ​ມີຈຸດ
ປະສົງທາງ​ການ​ເ​ມື​ອງ ແລະ​ໄ​ດ້ກ່າວຫາ​ວ່າ ເປັນ​ການ​ປະຕິບັດງານລັບ​ຂອງພວກທະ
ຫານ ແລະພະແນກຍຸຕິ​ທຳ ​ໃນ​ຄວາມ​ພະຍາຍາມ ເພື່ອ​ບໍ່​ໃຫ້​ທ່ານ​ເຂົ້າ​ມາ​ຫຍຸ້ງ​ກ່ຽວ​ກັບ​
ການ​ເມືອງ ​ແລະ​ທຳລາຍ​ກຽດ​ຂອງ​ພັກ PML-N ຂອງ​ທ່ານ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG