ບັນດາເຈົ້າໜ້າທີ່ໃນ ປາກິສຖານ ກ່າວວ່າ ຈໍານວນຜູ້ເສຍຊີວິດ
ຈາກແຜ່ນດິນໄຫວທີ່ຮ້າຍແຮງ ຢູ່ພາກຕາເວັນຕົກສຽງໃຕ້ ຂອງ
ປາກິສຖານ ໃນວັນອັງຄານວານນີ້ ໄດ້ເພີ້ມຂື້ນເປັນ 210 ຄົນ
ຫລັງຈາກເຮືອນທີ່ເຮັດດ້ວຍດິນ ຢູ່ໃນເຂດ ເມືອງ Awaran ຊຶ່ງ
ເປັນເມືອງພູຜາໃນແຂວງ Baluchistan ພັງທະລາຍລົງ.
ບັນດາເຈົ້າໜ້າທີ່ທ້ອງຖິ່ນ ໄດ້ປະກາດໃນຕອນເຊົ້າຂອງວັນພຸດມື້ນີ້. ທ່ານເວົ້າ ວ່າມີຫລາຍ
ກວ່າ 300 ຄົນໄດ້ຮັບບາດເຈັບ.ພວກກູ້ໄພພະຍາຍາມທີ່ຈະສົ່ງ ພວກຄົນເຈັບໄປຍັງໂຮງໝໍຕ່າງໆແຕ່ການດຳເນີນຄວາມພະຍາຍາມຂອງພວກ ເຂົາເຈົ້າໄດ້ຮັບອຸບປະສັກຍ້ອນການ
ໄດ້ຮັບຄວາມເສຍຫາຍໃນຂອບເຂດທີ່ກວ້າງຂວາງ.
ເຈົ້າໜ້າທີ່ເວົ້າວ່າ ພວກທີ່ລອດຊີວິດມາໄດ້ຢູ່ໃນເຂດດັ່ງກ່າວ ຊຶ່ງຢູ່ໃກ້ໆ ຊາຍແດນອີຣ່ານ
ນັ້ນ ຕ້ອງການຄວາມຊ່ວຍເຫຼືອດ້ານຕູບຜ້າຕັ້ງ ຢາປົວພະຍາດ ແລະອາຫານການກິນ.
ໄດ້ມີການສົ່ງກຳລັງທະຫານໂດຍທາງອາກາດໄປຍັງບໍ່ລິເວນທີ່ເກີດແຜ່ນດິນໄຫວ ເພື່ອແຈກ
ຢາຍປັດໄຈບັນເທົາທຸກແລະຊ່ວຍໃນການດຳເນີນຄວາມພະຍາ ຍາມໃຫ້ເຂດດັ່ງກ່າວຟື້ນ
ໂຕຄືນ.
ແຜ່ນດິນໄຫວຂະໜາດແຮງໃນວັນອັງຄານວານນີ້ ຊຶ່ງແທກໄດ້ 7.7 ໂດຍອົງການສຳຫຼວດ
ທໍລະນີວິທະຍາຂອງສະຫະລັດນັ້ນ ຍັງໄດ້ເຮັດໃຫ້ພື້ນທະເລສູງຂື້ນ ແລະເຮັດໃຫ້ເກີດເປັນ|
ເກາະດອນນ້ອຍໆເກາະນຶ່ງ. ຂ່າວໂທລະພາບປາກິສ ຖານສະແດງໃຫ້ເຫັນຮູບພາບ ຂອງ
ເກາະຫີນທີ່ພົ້ນຂື້ນມາຈາກທະເລ ຢູ່ແຄມຝັ່ງທາງພາກໃຕ້ຂອງປະເທດ.
ອົງການສໍາຫລວດທໍລະນີວິທະຍາສະຫະລັດ ກ່າວວ່າ ຈຸດສູນກາງຂອງແຜນດິນ ໄຫວໃນຄັ້ງ
ນີ້ ແມ່ນປະມານ 230 ກິໂລແມັດ ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງເມືອງ Dalbandin ໃນ
ແຂວງ Baluchistan ທີ່ຕິດກັບຊາຍແດນອັຟການິສຖານ ແລະອີຣ່ານ. ລາຍງານເວົ້າວ່າ
ແຮງ ສັ່ນສະເທືອນຂອງແຜ່ນດິນໄຫວໃນຄັ້ງນີ້ ແມ່ນຮູ້ສຶກໄປເຖິງກຸງນິວເດລີ.