ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍົນໂດຣນ ສັງຫານ 9 ຄົນ ທີ່ສົງໄສວ່າ ເປັນພວກຕາລີບັນ


ແຜນທີ່ຂອງເຂດຢູ່ອາໄສ ຂອງພວກຊົນເຜົ່າ ໃນປາກິສຖານ ທີ່ຖືກເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ ຍິງໂຈມຕີບ່ອນລີ້ຊ່ອນ ສາມແຫ່ງ ໃນວັນອາທິດມື້ນີ້ ທີ 6 ມັງກອນ 2013 ນີ້.
ແຜນທີ່ຂອງເຂດຢູ່ອາໄສ ຂອງພວກຊົນເຜົ່າ ໃນປາກິສຖານ ທີ່ຖືກເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ ຍິງໂຈມຕີບ່ອນລີ້ຊ່ອນ ສາມແຫ່ງ ໃນວັນອາທິດມື້ນີ້ ທີ 6 ມັງກອນ 2013 ນີ້.
ພວກເຈົ້າໜ້າທີ່ໃນພາກເໜືອຂອງປາກິສຖານເວົ້າວ່າ ເຮືອບິນ
ບໍ່ມີຄົນຂັບ ຫລື ຍົນໂດຣນຂອງສະຫະລັດ ໄດ້ທໍາການໂຈມຕີ
ແລະສັງຫານ ຢ່າງໜ້ອຍ 9 ຄົນ ທີ່ສົງໄສວ່າເປັນພວກນັກລົບ
ຂອງກຸ່ມຕາລີບັນ.

ບັນດາເຈົ້າໜ້າທີ່ເວົ້າວ່າ ຍົນໂດຣນໄດ້ຍິງຈະຫລວດຫລາຍລູກ
ເຂົ້າໃສ່ບ່ອນລີ້ຊ່ອນຢູ່ສາມແຫ່ງ ໃນວັນອາທິດມື້ນີ້ ຢູ່ໃນເຂດ
Warziristan ໃຕ້ຊຶ່ງເປັນເຂດຢູ່ອາໄສຂອງພວກຊົນເຜົ່າ.

ລັດຖະບານປາກີສຖານ ໄດ້ປະນາມການໂຈມຕີໂດຍເຮືອບິນ
ບໍ່ມີຄົນຂັບ ມາເປັນເວລາດົນນານ ເພາະວ່າເປັນການລະເມີດ
ອະທິປະໄຕຂອງປະເທດຕົນ ແຕ່ເຊື່ອກັນວ່າການໂຈມຕີຕ່າງໆ
ຂອງຍົນໂດຣນ ແມ່ນໄດ້ດໍາເນີນໄປໂດຍໄດ້ຮັບການຊ່ວຍເຫລືອ
ຂອງໜ່ວຍສືບລັບຂອງປາກີສຖານ.
XS
SM
MD
LG