ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ ບໍ່ມີຄົນຂັບ ສຫລ ສັງຫານ ພວກຫົວຮຸນແຮງ 3 ຄົນ ຢູ່ປາກິສຖານ


ແຜນທີ່ເຂດ Waziristan ເໜືອ
ແຜນທີ່ເຂດ Waziristan ເໜືອ
ເຈົ້າໜ້າທີ່ສືບລັບປາກິສຖານກ່າວວ່າ ການໂຈມຕີໂດຍເຮືອບິນ
ບໍ່ມີຄົນຂັບຂອງສະຫະລັດ ໄດ້ສັງຫານຜູ້ທີ່ສົງໄສວ່າ ເປັນພວກ
ຫົວຮຸນແຮງຢ່າງນ້ອຍ 3 ຄົນຢູ່ ໃນເຂດຊົນເຜົ່າທີ່ວຸ້ນວາຍ ທາງ ພາກຕາເວັນຕົກສຽງເໜືອຂອງປະເທດ ໃກ້ໆຊາຍແດນອັຟກາ
ນິສຖານ.

ເຈົ້າໜ້າທີ່ເວົ້າວ່າ ເຮືອບິນບໍ່ມີຄົນຂັບໄດ້ຍິງລູກສອນໄຟ 2 ລູກ
ເຂົ້າໃສ່ລົດຄັນນຶ່ງໃນເຂດ Waziristan ເໜືອທີ່ຮູ້ກັນດີວ່າເປັນ
ທີ່ໝັ້ນ ຂອງພວກກໍ່ການຮ້າຍຂ້າມຊາດ ອາລກາຍດາ ແລະກຸ່ມ
ຕາລີບານ.

ການໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ ໄດ້ມີຂຶ້ນຂະນະທີ່ລັດຖະ
ມົນຕີການຕ່າງປະເທດປາກິສຖານ ທ່ານນາງ Hina Rabba-
ni Khar ພວມຢູ່ໃນລະຫວ່າງການຢ້ຽມຢາມກຸງວໍຊິງຕັນ ເພື່ອປຶກສາຫາລືກ່ຽວກັບບັນຫາ ຕ່າງໆ ໃນຂອບເຂດທີ່ກວ້າງຂວາງ.

ການໂຈມຕີໂດຍເຮືອບິນບໍ່ມີຄົນຂັບຍັງເປັນບັນຫາທີ່ໂຕ້ຖຽງກັນລະຫວ່າງສະຫະລັດ ກັບ
ປາກິສຖານ. ອິສລາມາບັດເວົ້າວ່າ ການໂຈມຕີທີ່ວ່ານີ້ລະເມີດອະທິປະໄຕຂອງຕົນແຕ່ສະ ຫະລັດເຊື່ອວ່າ ມັນເປັນກະແຈອັນສຳຄັນ ໃນການດຳເນີນຄວາມພະຍາຍາມເພື່ອເອົາຊະ ນະພວກກໍ່ການຮ້າຍຂ້າມຊາດອາລກາຍດາ.

ກ່ຽວຂ້ອງກັນ

XS
SM
MD
LG