ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານວ່າ ຢ່າງໜ້ອຍ 4 ຄົນ ຖືກສັງຫານໂດຍຍົນ ບໍ່ມີຄົນຂັບຂອງສະຫະລັດ (ວີດິໂອ)


ຍົນບໍ່ມີຄົນຂັບຂອງສະຫະລັດ ລໍານຶ່ງ
ຍົນບໍ່ມີຄົນຂັບຂອງສະຫະລັດ ລໍານຶ່ງ
ພວກເຈົ້າໜ້າທີ່ປ້ອງກັນຄວາມສະຫງົບປາກິສຖານເວົ້າວ່າ ຍົນ
ບໍ່ມີຄົນຂັບຂອງສະຫະລັດ ລໍານຶ່ງ ທີ່ທໍາການໂຈມຕີຢູ່ໃນເຂດ
ຊົນເຜົ່າ ໄດ້ສັງຫານຢ່າງໜ້ອຍ 4 ຄົນ.

ພວກເຈົ້າໜ້າທີ່ດັ່ງກ່າວເວົ້າອີກກວ່າ ໄດ້ມີການຍິງຈະຫຼວດສອງ
ລູກໃນການໂຈມຕີໃນວັນ ເສົາມື້ນີ້ ຢູ່ທີ່ແຂວງ Waziristan ເໜືອ ຊຶ່ງເປັນເຂດຊົນເຜົ່າໃກ້ກັບຊາຍແດນອັຟການິສຖານ ທີ່ຖືກັນວ່າ ເປັນທີ່ໝັ້ນຂອງກຸ່ມຫົວຮຸນແຮງຕາລີບານ ແລະພວກກໍ່ການຮ້າຍ
al-Qaida ນັ້ນ.

ການໂຈມຕີຂອງຍົນບໍ່ມີຄົນຂັບ ເປັນບັນຫາທີ່ສ້າງຄວາມເຄັ່ງຕຶງ
ລະຫວ່າງລັດຖະບານກຸງ ວໍຊິງຕັນແລະອິສລາມາບັດ. ປາກິສ
ຖານເວົ້າວ່າ ການໂຈມຕີດັ່ງກ່າວແມ່ນເປັນການລ່ວງລໍ້າຕໍ່ອະ
ທິປະໄຕຂອງຕົນ ແຕ່ສະຫະລັດເຊື່ອວ່າ ມັນເປັນເຄື່ອງມືອັນສໍາຄັນໃນການດໍາເນີນຄວາມ ພະຍາຍາມ ເພື່ອເອົາຊະນະພວກກໍ່ການຮ້າຍ al-Qaida.

ສ່ວນຢູ່ແຫ່ງອື່ນອີກໃນປາກິສຖານ ໃນວັນເສົາມື້ນີ້ ພວກເຈົ້າໜ້າທີ່ເວົ້າວ່າ ຜູ້ວາງລະເບີດ ໃສ່ລົດສະລະຊີບຜູ້ນຶ່ງ ໄດ້ສັງຫານຊີວິດ 5 ຄົນ ຊຶ່ງໃນນັ້ນຢ່າງໜ້ອຍລວມມີ ສະມາຊິກ ຂອງ ກຳລັງຮັກສາຊາຍແດນ 3 ຄົນ.

ເບິ່ງການຝຶກອົບຮົມໃຊ້ຍົນບໍ່ມີຄົນຂັບຂອງສະຫະລັດ

XS
SM
MD
LG