ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

15 ຄົນ ເສຍຊີວິດ ໃນການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ ຢູ່ປາກິສຖານ (ວີດີໂອ)


Waziristan ເໜືອ ແລະ ໃຕ້ ຊຶ່ງເປັນເຂດຊົນເຜົ່າ ທີປົກຄອງ ໂດຍລັດຖະບານກາງ
Waziristan ເໜືອ ແລະ ໃຕ້ ຊຶ່ງເປັນເຂດຊົນເຜົ່າ ທີປົກຄອງ ໂດຍລັດຖະບານກາງ

ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານກ່າວ​ວ່າ ການໂຈມຕີຂອງ​ເຮືອບິນ​ບໍ່​ມີ​ຄົນ​
ຂັບ​ ຫລາຍ​ເຖິງ​ສີ່​ຄັ້ງ ໃນ​ເຂດຊົນເຜົ່າທາງພາກຕາເວັນຕົກສຽງ
​ເໜືອ​ຂອງປະເທດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງໜ້ອຍ 15 ຄົນ.

ພວກ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ການ​ໂຈມ​ຕີ​ມີ​ຂື້ນ ​ທີ່​ເມືອງ Datta
Khel ​ໃນເຂດ Waziristan ເໜືອ ບ່ອນ​ທີ່​ທະຫານ​ໄດ້​ໄດ້​ເປີດ
ສາກບຸກໂຈ​ມຕີ​ຢ່າງ​ໜັກ ​ໃນ​ຕົ້ນ​ເດືອນ​ນີ້. ປາ​ກິ​ສຖານ ກ່າວ​ວ່າພວກ​ຫົວ​ຮຸນ​ແຮງ Taliban​ແລະ al-Qaida ຕັ້ງ​ຄ້າຍ​ປະຕິບັດ​ງານ​ຂອງ​ເຂົາ​ເຈົ້າ ຢູ່​ໃນ​ຂົງ​ເຂດດັ່ງກ່າວ ໃນ​ຂະນະ​ທີ່​ວາງແຜນ ​ແລະ​ທຳການ​ໂຈມ​ຕີ​ຢູ່​ໃນ​ເຂດອື່ນໆ​ຂອງ​ປະ​ເທດ.

​ບັນດາ​ເຈົ້າ​ໜ້າ​ທີ່ປາ​ກິ​ສຖານ ກ່າວ​ວ່າ ການ​ສູ້​ລົບ​ໄດ້​ເຮັດ​ໃຫ້ ປະຊາຊົນ​ນຶ່ງ​ລ້ານ​ຄົນຕ້ອງໄດ້​
ຫລົບ​ໜີ​ໄປຈາກ​ບ້ານ​ເຮືອນ​ເຂົາ​ເຈົ້າ ​ແລະ​ຄວາມພະຍາຍາມ​ເພື່ອ​ໃຫ້ ການ​ຊ່ວຍ​ເຫລືອ​ແກ່​
ເຂົາ​ເຈົ້າ ກຳລັງດຳເນີນຢູ່.

​ໃນ​ວັນ​ອັງຄານ​ວານ​ນີ້ ກຳລັງປາ​ກິ​ສຖານກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ໂຕ ຜູ້​ບັນຊາ​ການ​ສູງ​ສຸດ
ຂອງກຸ່ມ Taliban ​ທີ່ທາງການ​ຕ້ອງການ​ໂຕ ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ພະຍາ ຍາມ​ສັງຫານ ອະດີດ​
ປະທານາທິບໍດີ Pervez Musharraf.

ກອງທັບ ກ່າວ​ວ່າ ທະຫານ​ໄດ້​ຈັບໂຕ ທ້າວ Adnan Rashid ​ໃນ​ທ້າຍ​ອາທິດ​ແລ້ວ​ນີ້​ ຢູ່​ເຂດ
Waziristan ​ໃຕ້ ໃກ້ກັບ​ຊາຍ​ແດນ​ຂອງອັຟການິສຖານ. ລາວ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ສູ້​
ລົບ​ກັບກຳລັງ​ປາ​ກິ​ສຖານ.

ທ້າວ Rashid ​ແມ່ນອ​ະ​ດີດເຈົ້າ​ໜ້າ​ທີ່ທະຫານ​ອາກາດ ​ທີ່​ຖືກ​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ
​ໃນການ​ໂຈມ​ຕີ​ດ້ວຍລະ​ເບີດສະລະ​ຊີບ ທີ່ບໍ່ປະສົບຜົນສຳເລັດ ຕໍ່ປະ ທານາທິບໍດີ Musharraf ​ໃນ​ປີ 2003.

ລາວ​ໄດ້​ຫລົບ​ໜີ​ອອກ​ຈາກ​ຄຸກ​ໃນ​ປີ 2012 ​ແລະ​ກ່າວ​ອ້າງວ່າ ມີສ່ວນໃນ​ຄວາມ​ພະຍາຍາມ​
ເພື່ອສັງຫານນັກຮຽນ​ຍິງແລະ​ນັກເຄຶ່ອນ​ດ້ານໄຫວ​ສິດທິ​ມະນຸດ ນາງ Malala Yousafzai.

ວີດີໂອ ກ່ຽວກັບການໂຈມຕີຂອງ ກອງທັບປາກິສຖານ ຢູ່ເຂດ Waziristan ເໜືອ:

Pakistani Offensive Empties Biggest Town in Militant Sanctuary
please wait

No media source currently available

0:00 0:03:20 0:00

XS
SM
MD
LG