ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ໃນ ປາກິດສະຖານ


ພວກຊົນເຜົ່າ ປາກິດສະຖານ ຫ້ອມລ້ອມຜູ້ບາດເຈັບ ຄົນນຶ່ງ ທີ່ໂຮງໝໍ ມີຣານຊາຫ໌ (22 ພຶດສະພາ 2010)
ພວກຊົນເຜົ່າ ປາກິດສະຖານ ຫ້ອມລ້ອມຜູ້ບາດເຈັບ ຄົນນຶ່ງ ທີ່ໂຮງໝໍ ມີຣານຊາຫ໌ (22 ພຶດສະພາ 2010)

ເຈົ້າໜ້າທີ່ສືບລັບ ປາກິດສະຖານ ກ່າວວ່າ ການໂຈມຕີ ດ້ວຍລູກສອນໄຟ ທີ່ສົງໄສວ່າ ມາຈາກເຮືອບິນ ບໍ່ມີຄົນຂັບ ຂອງສະຫະລັດ ໃນເຂດຊົນເຜົ່າ ໃກ້ໆຊາຍແດນ ອັບການິດສະຖານນັ້ນ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 6 ຄົນ.

ການໂຈມຕີ ດັ່ງກ່າວ ມີຂຶ້ນໃນຄືນແລ້ວນີ້ ທີ່ບ້ານໆນຶ່ງ ໃກ້ເມືອງມີຣານຊາຫ໌ ຫົວເມືອງສຳຄັນ ໃນ WAZIRISTAN ເໜືອ.

ເຈົ້າໜ້າທີ່ເວົ້າວ່າ ມີການຍິງ ລູກສອນໄຟຫຼາຍລູກ ໃສ່ເຮືອນຫຼັງນຶ່ງ ທີ່ປະຊາຊົນ ໃນເຂດທ້ອງຖິ່ນ ເປັນເຈົ້າຂອງ. ມີແມ່ຍິງ ຢ່າງນ້ອຍ 5 ຄົນ ແລະເດັກນ້ອຍ ອີກ 2 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີ ທີ່ວ່ານີ້.

ສະຫະລັດ ໄດ້ເພີ້ມທະວີ ການໃຊ້ເຮືອບິນ ບໍ່ມີຄົນຂັບ ໂຈມຕີບ່ອນຫຼົບລີ້ ຂອງກຸ່ມກໍ່ການຮ້າຍ ອາລ-ກາຍ-ດາ ແລະ ພວກຫົວຮຸນແຮງ ທາລີບານ ໃນເຂດຊົນເຜົ່າ ທີ່ຕິດກັບຊາຍແດນ ອັບການິດສະຖານ. ລັດຖະບານ ປາກິດສະຖານ ບໍ່ເຫັນພ້ອມ ກັບການໂຈມຕີ ຂອງສະຫະລັດ ໂດຍເວົ້າວ່າ ມັນເປັນການ ລ່ວງລະເມີດ ຕໍ່ອະທິປະໄຕ ຂອງປາກິດສະຖານ ແລະເປັນແຮງ ກະຕຸກຊຸກຍູ້ ໃຫ້ມີຄວາມຮູ້ສຶກ ຕໍ່ຕ້ານສະຫະລັດ ຢູ່ໃນປະເທດ ປາກິດສະຖານ.

XS
SM
MD
LG