ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີໃນເຂດຊົນເຜົ່າ ປາກິສຖານ


ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ
ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ

ເຈົ້າໜ້າທີ່ປາກິສຖານກ່າວວ່າ ມີການໂຈມຕື່ມອີກ ດ້ວຍລູກ ສອນໄຟ ທີ່ສົງໄສວ່າມາຈາກ ເຮືອບິນທີ່ບໍ່ມີຄົນຂັບຂອງສະ ຫະລັດຢູ່ໃນເຂດພາກຕາເວັນ ຕົກສຽງເໜືອຂອງປາກິສຖານ ເຮັດໃຫ້ພວກຫົວຮຸນແຮງຢ່າງນ້ອຍ 12 ຄົນເສຍຊີວິດອັນເປັນພາກສ່ວນນຶ່ງໃນການໂຈມ ຕີທີ່ມີເພີ້ມຂຶ້ນ ຕໍ່ພວກກະບົດ ໃນບໍລິເວນຊາຍແດນ ທີ່ຕິດກັບອັຟການິສຖານ.

ເຈົ້າໜ້າທີ່ກ່າວວ່າ ການໂຈມຕີໃນຕອນເຊົ້າມືດ ຂອງວັນພຸດມື້ນີ້ ມີຂຶ້ນຢູ່ໃນເຂດຊານເມືອງ ຂອງ Miranshah ຫົວເມືອງສຳຄັນ ໃນເຂດຊົນເຜົ່າ Waziristan ເໜືອ ບ່ອນທີ່ມີການ ສົງໄສວ່າ ການໂຈມຕີ ທີ່ມາຈາກເຮືອບິນ ບໍ່ມີຄົນຂັບ ຂອງສະຫະລັດ 2 ບັ້ນໃນ​ມື້ວານນີ້ ໄດ້ສັງຫານ ພວກຫົວຮຸນແຮງຢ່າງນ້ອຍ 14 ຄົນ. ເຈົ້າໜ້າທີ່ເວົ້າວ່າ ການຍິງລູກສອນໄຟ ໂຈມຕີນີ້ ​ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ສະມາຊິກ ຂອງກຸ່ມທາລີບານປາກິສຖານ ທີ່ເປັນເຄືອຂ່າຍ ຂອງຕາໜ່າງກໍ່ການຮ້າຍ Haqqani.

ເຂດ Waziristan ເໜືອ ຖືກັນວ່າ ເປັນທີ່ໝັ້ນຂອງພວກທາລີບານ ແລະກຸ່ມຫົວຮຸນແຮງ ທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍດາ ທີ່ຖືກກ່າວຫາວ່າເປັນຜູ້ວາງແຜນແລະທໍາ​ ການໂຈມຕີ ຂ້າມຊາຍແດນ ຕໍ່ກຳລັງຂອງອົງການເນໂຕ້ ໃນອັຟການິສຖານນັ້ນ.

ໃນເດືອນນີ້ ​ໄດ້ມີການໂຈມຕີດ້ວຍລູກສອນໄຟຢ່າງນ້ອຍ 12 ຄັ້ງ ທີ່ສົງໄສວ່າມາຈາກເຮືອບິນ ບໍ່ມີຄົນຂັບຂອງສະຫະລັດ ຕໍ່ເຂດດັ່ງກ່າວ ແລະຢ່າງນ້ອຍ 100 ຄັ້ງ ນັບແຕ່ປີ 2008 ເປັນຕົ້ນມາ. ມີຫຼາຍກວ່າ 1,000 ຄົນ ໄດ້ເສຍຊີວິດ ຈາກການໂຈມຕີເຫຼົ່ານີ້.

XS
SM
MD
LG