ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍົນບໍ່ມີຄົນຂັບສະຫະລັດ ສັງຫານພວກຫົວຮຸນແຮງ 4 ຄົນ ຢູ່ປາກິສຖານ


ແຜນທີ່ເຂດ Waziristan ເໜືອ ຊຶ່ງເປັນທີ່ໝັ້ນຂອງ ກຸ່ມກໍ່ການຮ້າຍຂ້າມຊາດ al-Qaida ແລະພວກ Taliban ທີ່ມີຢ່າງໜ້ອຍ 4 ຄົນ ຖືກຍົນບໍ່ມີຄົນຂັບຂອງສະຫະລັດສັງຫານຊີວິດໄປ
ແຜນທີ່ເຂດ Waziristan ເໜືອ ຊຶ່ງເປັນທີ່ໝັ້ນຂອງ ກຸ່ມກໍ່ການຮ້າຍຂ້າມຊາດ al-Qaida ແລະພວກ Taliban ທີ່ມີຢ່າງໜ້ອຍ 4 ຄົນ ຖືກຍົນບໍ່ມີຄົນຂັບຂອງສະຫະລັດສັງຫານຊີວິດໄປ
ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ຢູ່ໃນພາກຕາເວັນຕົກ
ສຽງເໜືອຂອງປາກີສຖານ ເວົ້າວ່າ ການໂຈມຕີໂດຍຍົນບໍ່ມີຄົນ
ຂັບຂອງສະຫະລັດ ໄດ້ສັງຫານພວກຫົວຮຸນແຮງຢ່າງໜ້ອຍ 4
ຄົນ ຢູ່ໃນເຂດຊົນເຜົ່າທີ່ວຸ້ນວາຍ ໃກ້ຊາຍແດນອັຟການິສຖານ.

ພວກເຈົ້າໜ້າທີ່ເວົ້າວ່າ ໃນວັນເສົາມື້ນີ້ ຍົນບໍ່ມີຄົນຂັບໄດ້ຍິງຈະ
ຫລວດຢ່າງໜ້ອຍ 4 ລູກ ໃສ່ເຮືອນຫລັງນຶ່ງ ທີ່ເມືອງ Degan ໃນ
ເຂດ Wazitistan ເໜືອ ຊຶ່ງເປັນທີ່ໝັ້ນຂອງ ກຸ່ມກໍ່ການຮ້າຍຂ້າມ
ຊາດ al-Qaida ແລະພວກ Taliban.

ພວກເຈົ້າໜ້າທີ່ເວົ້າວ່າ ເຂດທີ່ຖືກໂຈມຕີແມ່ນຄວບຄຸມໂດຍກຸ່ມ
ຫົວຮຸນແຮງ Hafiz Gul Bahadur. ການໂຈມຕີຂອງຍົນບໍ່ມີຄົນ
ຂັບ ເປັນບັນຫາທີ່ເຮັດໃຫ້ມີຄວາມເຄັ່ງຕຶງ ລະຫວ່າງລັດຖະບານ
ກຸງວໍຊິງຕັນ ແລະກຸງ Islamabad. ປາກີສຖານເວົ້າວ່າ ການໂຈມຕີຂອງຍົນດັ່ງກ່າວ ເປັນ ການລະເມີດຕໍ່ອະທິປະໄຕຂອງຕົນ ແຕ່ສະຫະລັດເຊື່ອວ່າ ການໂຈມຕີທີ່ວ່ານີ້ ເປັນເຄື່ອງມື ອັນສໍາຄັນ ໃນຄວາມພະຍາຍາມເພື່ອເອົາຊະນະກຸ່ມກໍ່ການຮ້າຍ al-Qaida.
XS
SM
MD
LG