ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

10 ຄົນເສຍຊີວິດ ໃນການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ ໃນປາກິສຖານ (ເບິ່ງວີດີໂອ)


ເຮືອບິນທີ່ບໍ່ມີຄົນຂັບ ຂອງສະຫະລັດ .
ວັນທີ 8 ກຸມພາ 2012.A
ເຮືອບິນທີ່ບໍ່ມີຄົນຂັບ ຂອງສະຫະລັດ . ວັນທີ 8 ກຸມພາ 2012.A

ບັນດາ​ເຈົ້າ​ໜ້າທີ່​ປາ​ກິ​ສຖານ​ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ເຮືອບິນ​ທີ່​ບໍ່​ມີຄົນ​ຂັບ​ລໍາ​ນຶ່ງ​ທີ່​ສົງ​ໄສ​
ວ່າ​ແມ່ນ​ຂອງ​ສະຫະລັດ ​ໄດ້​ສັງຫານ​ປະຊາຊົນ10 ຄົນ​ໃນ​ເຂດ​ຊົນ​ເຜົ່າ​ໃນ​ພາກ​ຕາ​ເວັນ​ຕົກ​
ສຽງ​ເໜືອ​ຂອງ​ປາ​ກິ​ສຖານ ​ໃກ້ໆ​ກັບ​ຊາຍ​ແດນ​ຕິ​ດກັບ​ອັຟກາ​ນິສຖານ.

ບັນດາ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ວ່າ ລູກ​ສອນ​ໄຟ 2 ລູກໄດ້​ຕົກ​ຖືກ​ບໍລິ​ເວນ​ແຫ່ງ​ນຶ່ງ ​ທີ່​ສົງ
ໄສ​ວ່າ​ເປັນ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ເຂດ​ຊົນເຜົ່າ Waziristan ເໜືອ. ບັນດາ​ເຈົ້າ​ໜ້າ​ທີ່​
ຮັກສາ​ຄວາມ​ປອດ​ໄພປາ​ກິ​ສຖານ​ກ່າວ​ວ່າ ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ​ ແມ່ນ​ຮວມທັງ​ພວກ
ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ຕ່າງປະ​ເທດ​ ແລະ​ທ້ອງ​ຖິ່ນ​ຈໍານວນ​ນຶ່ງ.

ອົງການ​ຂ່າວ AP ​ແຈ້ງ​ໃຫ້​ຊາບ​ວ່າ ຂົງ​ເຂດ​ດັ່ງກ່າວ​ເປັນ​ບ້ານ​ເກີດເມືອງ​ນອນ​ຂອງ​ນາຍ
Hafiz Gul Bahadur ຜູ້​ບັນຊາ​ການ​ຫົວ​ຮຸນແຮງ​ທີ່​ມີ​ຊື່​ສຽງ ທີ່​ໄດ້ແນ​ຈຸດໝາຍ​ໃສ່ການ
ຕໍ່ສູ້​ກັບ​ພວກ​ທະຫານ​ຕ່າງປະເທດ​ໃນ​ອັຟກາ​ນິສຖານ​ນັ້ນ.

ປາ​ກິ​ສຖານ​ໄດ້​ປະນາມ​ການ​ໂຈມ​ຕີ​ຂອງ​ພວກ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ນີ້ຢ່າງ​ເປີດ​ເຜີຍ ​ແຕ່
ເຖິງ​ຢ່າງ​ໃດ​ກໍ​ດີ ​ເຊື່ອ​ກັນ​ວ່າການ​ໂຈມ​ຕີ​ເຫລົ່າ​ນີ້​ໄດ້​ດໍາ​ເນີນ​ໄປ​ພາຍ​ໃຕ້ການ​ຊ່ອຍ​ເຫລືອ​
ຂອງ​ພະ​ແນ​ກສືບ​ລັບ​ຂອງ​ປາ​ກິ​ສຖານ​ນັ້ນ.

ໃນ​ເດືອນ​ແລ້ວ​ນີ້ ປະທານາທິບໍດີ ບາຣັກ ​ໂອ​ບາ​ມມາ ​ແຫ່ງ​ສະຫະລັດ​ໄດ້​ກ່າວ​ປ້ອງ​ກັນ
ການ​ໂຈມ​ຕີ​ຂອງ​ພວກ​ເຮືອບິນ​ເຫລົ່າ​ນີ້​ວ່າ ມັນເສີມ​ຂະຫຍາ​ຍສະ​ມັດ​ຖະພາບ​ຂອງ​ສະ
ຫະລັດ ໃນ​ການ​ເຄົາລົບ​ນັບຖື​ອະທິປະ​ໄຕ​ຂອງ​ພວກ​ປະ​ເທດ​ຕ່າງໆ​ແລະ​ຈໍາກັດ​ການ
ໂຈມ​ຕີ​ເຂົ້າ​ໄປ​ໃນ​ດິນ​ແດນ​ຂອງ​ພວກ​ເຂົາ​ເຈົ້າ.

XS
SM
MD
LG