ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍົນໂດຣນສັງຫານ ພວກຫົວຮຸນແຮງ 4 ຄົນ ໃນປາກິສຖານ


ຍົນບໍ່ມີຄົນຂັບຂອງສະຫະລັດ.
ວັນທີ 30 ຕຸລາ 2011.
ຍົນບໍ່ມີຄົນຂັບຂອງສະຫະລັດ. ວັນທີ 30 ຕຸລາ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ​ກ່າວ​ວ່າ ການ​ໂຈມ​ຕີ​ຂອງຍົນບໍ່​ມີ​ຄົນ​ຂັບ​ທີ່​ສົງ​ໄສ​ວ່າ​ເປັນ​ຂອງ​ສະຫະລັດ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 4 ຄົນ​ໃນ​ຂົງ​ເຂດ​ຊົນ​ເຜົ່າ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານ​ ໃກ້​ກັບ​ຊາຍ​ແດ​ຍອັຟກາ​ນິສຖານ.

ທາງ​ການ​ປາ​ກິ​ສຖານ​ກ່າວ​ວ່າ ​ຍົນ​ບໍ່​ມີ​ຄົນ​ຂັບ​ລໍາ​ນີ້ ໄດ້ຍິງ​ລູກ​ສອນ​ໄຟຢ່າງ​ໜ້ອຍ ​4 ລູກ​ໃສ່​ລົດ​ຄັນ​ນຶ່ງ​ໃນ​ວັນ​ອາທິດ​ມື້​ນີ້ ​ໃກ້​ກັບ​ເມືອງ Datta Khel ​ໃນ​ຂົງ​ເຂດ Waziristan ​ເໜືອ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ບໍ່​ເຄີຍໄດ້​ຮັບ​ຮູ້​ຢ່າງ​ເປີດ​ເຜີຍ​ເລື້ອງການ​ໃຊ້ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໂຈມ​ຕີ​ໃນ​ປາ​ກິ​ສຖານ​ນັ້ນ ​ແຕ່ໄດ້​ຢືນຢັນ​ທາງ​ສ່ວນຕົວຕໍ່​ບັນດາ​ອົງການ​ຂ່າວ​ຕ່າງໆວ່າ​ມີ​ການ​ການ​ໃຊ້​ຍົນ​ drone ດັ່ງກ່າວ. ປາ​ກິ​ສຖານ​ໄດ້​ປະນາມ​ການ​ໂຈມ​ຕີ​ເຫລົ່າ​ນີ້​ວ່າ ​ເປັນ​ການລະ​ເມີດ​ອະທິປະ​ໄຕ​ຂອງ​ຕົນ ​ແຕ່ເຊື່ອ​ກັນ​ວ່າ ການ​ໂຈມ​ຕີ​ເຫລົ່າ​ນີ້​ແມ່ນ​ດໍາ​ເນີນ​ໄປ​ດ້ວຍ​ການ​ຊ່ອຍ​ເຫລືອ​ຂອງ​ອົງການ​ສືບ​ຂ່າວ​ລັບ​ຂອງ​ປາ​ກິ​ສຖານ.

XS
SM
MD
LG