ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ເນລະເທດ ແມ່ຍິງ ອັຟການິສຖານ ທີ່ເຄີຍເປັນໜ້າປົກ ​ໃຫ້​ ວາລະສານຊື່ດັງ

Inam Khan ເຈົ້າຂອງຮ້ານຂາຍປຶ້ມ ຂອງປາກິສຖານ ສະແດງໃຫ້ເຫັນວາລະສານ National Geographicທີ່ມີຮູບຂອງນາງ Sharbat Gulla ອົບພະຍົບ ຊາວອັຟການິສຖານ ຢູ່ໜ້າປົກ, ຈາກການເກັບສະສົມໄວ້ຂອງລາວ ຢູ່ໃນນະຄອນຫຼວງ Islamabad ຂອງ Pakistan, ວັນທີ 26 ຕຸລາ 2016.

ເຈົ້າໜ້ທີ່​ປາ​ກິ​ສຖານ​ກ່າວ ໃນ​ວັນ​ພຸດ​ວານ​ນີ້ວ່າ ​ແມ່​ຍິງ​ອັຟກາ​ນິສຖານ​ຄົນ​ນຶ່ງ ທີ່​ມີ​ຊື່​ສຽງ​ຍ້ອນ​ເຄີຍ​ເປັນປົກ​ໃຫ້​ໜ້າ​ວາລະສານ National Geographic ​ໄດ້​ຖືກ​ເນລະ​ເທດ​ໄປ
​ຍັງ​ປະ​ເທດ​ຂອງ​ນາງ.

​ແມ່ຍິງ​ອັຟກາ​ນິສຖານ ທີ່​ມີ​ຕາ​ສີຂຽວ ຊື່​ນາງ Shartat Gulla ຊຶ່ງ​ໄດ້​ກາຍ​ເປັນ ສັນຍາ​ລັກ ໃນ​ການ​ເຮັດ​ສົງຄາມ ໂດຍປະ​ເທດຂອງ​ນາງ ຍ້ອນໄດ້​ເປັນໜ້າ​ປົກ​ ໃນປີ 1985 ນັ້ນ ຖືກ​ພົບ​ເຫັນ​ວ່າ​ ມີ​ຄວາມ​ຜິດ ​ໃນ​ຂໍ້​ຫາ​ໃຊ້ເອກ​ກະສາ​ນປະຈຳ​ຕົວ​ປອມ.

ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani, ຂວາ, ພົບປະກັບ ນາງ Shartat Gulla ຜູ້ທີ່ມີແກ່ນຕາສີຂຽວ ຊຶ່ງເຄີຍເປັນຜູ້ມີຊື່ສຽງ ຍ້ອນເປັນປົກໃຫ້ໜ້າວາລະສານ National Geographic "Afghan Girl" ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ Kabul ຂອງ Afghanistan, ວັນທີ 9 ພະຈິກ 2016.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ນາງ​ແລະ​ລູກ 4 ຄົນ​ໄດ້​ຖືກ​ສົ່ງ​ຂ້າມ​ຊາຍ​ແດນ ​ໃນ​ເວລາ​ປະມານ 2 ​ໂມງ​ເຄິ່ງຕອນ​ເຊົ້າ ຫລັງ​ຈາກ​ອອກ​ໂຮງໝໍ​ແລ້ວ ບ່ອນ​ທີ່​ນາງ​ໄດ້​ຮັບ​ການປິ່ນປົວ​ຍ້ອນ​ເປັນ​ໂຣກ ຕັບ Heppatitis C.

ທ່ານ Fayaz Khan ​ເຈົ້າໜ້າ​ທີ່​ລັດຖະບານ​ທ້ອງ​ຖິ່ນກ່າວ​ວ່າ ນາງ Gulla ​ໄດ້ ສະ​ແດງ​ຄວາມ​ບໍ່ພໍ​ໃຈ ​ແລະ​ກ່າວ​ຕື່ມ​ວ່າ ນາງ​ໄດ້​ຫລຽວ​ກັບ​ຄືນ​ໄປ ​ປາ​ກິ​ສຖານ ​ແລະ​ຫວັງ​ວ່າ​ປະຊາຊົນທີ່​ອາ​ໄສ​ຢູ່​ໃນ​ປາ​ກິ​ສຖານ ຈະ​ມີ​ແຕ່​ຄວາມ​ໂຊກ​ດີ.

ນາງ​ກ່າວ​ຕໍ່​ອົງການ​ຂ່າວ AFP ​ໃນ​ອາທິດ​ແລ້ວນີ້ວ່າ ອັຟກາ​ນິສຖານ​ເປັນ​ພຽງ ​ແຕ່​ບ່ອນ​ເກີດ​ຂອງ​ຂ້ອຍ ​ແຕ່​ປາ​ກິ​ສຖານ​ແມ່ນ​ເປັນ​ທີ່ຢູ່​ຂອງ​ຂ້ອຍ ​ແລະ​ຂ້ອຍຖື​ສະ​ເໝີ​ວ່າ​ມັນ​ເປັນ​
ປະ​ເທດ​ຂອງ​ຂ້ອຍ ​ແລະ​ນາ​ງາ​ກ່າວ​ຕື່ມ​ວ່າ ນາງຮູ້ສຶກ​ເສຍ​ໃຈ ກ່ຽວ​ກັບ​ການ​ຕັດສິນ​ຂອງ​ສານ.

ປະທານາທິບໍດີ​ອັຟກາ​ນິສຖານ ທ່ານ Ashraf Ghani ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ກັບ​ແມ່ຍິງ​ຄົນ​ນີ້ ​ແລະ​ກ່າວ​ວ່າ ລັດຖະບານ​ຈະ​ມອບ​ຫ້ອງ​ແຖວ​ໃຫ້​ແກ່​ນາງ Gulla ​ເພື່ອ​ຮັບປະກັນ​ວ່າ ນາງ​ຈະ​ດຳລົງ​ຊີວິດ​ ແບບ​ມີ​ກຽດ​ສັກ​ສີ ແລະ​ດ້ວຍ​ຄວາມ​ປອດ​ໄພ ທີ່​ບ້ານ​ເກີດ​ເມືອງ​ນອນ ຂອງ​ນາງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG