ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານປາກິສຖານ ປະທະກັບພວກຫົວຮຸນແຮງ


ຄວາມຮຸນແຮງຍັງດຳເນີນຕໍ່ມາ ໃນເຂດຊົນເຜົ່າ Mohmand ຊຶ່ງໃນຮູບນີ້ ກຳລັງປາກິສຖານ ພວມກວດກາ ເບິ່ງຊາກຫັກພັງ ຂອງໂຮງການປົກຄອງ ທີ່ເມືອງ Ghalanai ຫຼັງຈາກ ໄດ້ມີການໂຈມຕີສະລະຊີບ (6 ທັນວາ 2010)
ຄວາມຮຸນແຮງຍັງດຳເນີນຕໍ່ມາ ໃນເຂດຊົນເຜົ່າ Mohmand ຊຶ່ງໃນຮູບນີ້ ກຳລັງປາກິສຖານ ພວມກວດກາ ເບິ່ງຊາກຫັກພັງ ຂອງໂຮງການປົກຄອງ ທີ່ເມືອງ Ghalanai ຫຼັງຈາກ ໄດ້ມີການໂຈມຕີສະລະຊີບ (6 ທັນວາ 2010)

ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງປາກິສຖານ ກ່າວວ່າ
ມີພວກຫົວຮຸນແຮງປະມານ 150 ຄົນໄດ້ບຸກໂຈມຕີດ່ານ
ກວດຂອງລັດຖະບານ 5 ບ່ອນ ໃນເຂດພາກຕາເວັນຕົກ
ສຽງເໜືອຂອງປາກິສຖານ ໃນວັນສຸກມື້ນີ້ ໃນການໂຈມ
ຕີແບບປະສານງານກັນທີ່ເຮັດໃຫ້ທະຫານ 11 ຄົນແລະ
ພວກຫົວຮຸນແຮງ 24 ຄົນ ເສຍຊີວິດ.

ການປະທະກັນໄດ້ເກີດຂຶ້ນໃນຄືນແລ້ວນີ້ ໃນເຂດຊົນເຜົ່າ
Mohmand ໃກ້ໆກັບຊາຍແດນອັຟການິສຖານ.

ໂຄສົກຄົນນຶ່ງຂອງພວກທາລີບານ ໄດ້ໂຕ້ແຍ້ງກ່ຽວກັບ
ຈຳນວນພວກບາດເຈັບລົ້ມຕາຍໂດຍກ່າວອ້າງວ່າພວກຫົວຮຸນແຮງ ໄດ້ສັງຫານທະຫານ 12 ຄົນ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ເຂດດັ່ງກ່າວນີ້ໄດ້ກາຍເປັນຖານປະຕິບັດງານຂອງພວກທາລີ
ບານ ແລະກຸ່ມກໍ່ການຮ້າຍອາລກາຍດາທີ່ເປັນຜູ້ຮັບຜິດຊອບໃນການໂຈມຕີຮ້າຍແຮງຕໍ່ກຳ
ລັງປະສົມໃນອັຟການິສຖານນັ້ນ.

ການທົບທວນເມື່ອໄວໆມານີ້ ກ່ຽວກັບຍຸດທະສາດຂອງສະຫະລັດ ໃນອັຟການິສຖານແລະ
ປາກິສຖານນັ້ນ ໄດ້ຮຽກຮ້ອງໃຫ້ມີການຮ່ວມມືກັນຕື່ມຂຶ້ນກັບປາກິສຖານ ເພື່ອປະຕິເສດບໍ່
ໃຫ້ບ່ອນຫຼົບລີ້ແກ່ພວກກໍ່ການຮ້າຍ ທີ່ປະຕິບັດງານຢູ່ຕາມບໍລິເວນຊາຍແດນ.

XS
SM
MD
LG