ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປາກີສຖານວ່າ ອາດຈະສືບຕໍ່ ກັກລົດລໍາລຽງ ຂອງເນໂຕ້ ທີ່ຈະໄປຍັງອັຟການີສຖານ


ທ່ານ Yousuf Raza Gilani ນາ​ຍົກ​ລັດຖະມົນຕີ​ປາ​ກີ​ສຖານ​ ທີ່ກ່າວ​ວ່າ ປະ​ເທດ​ຂອງ​ທ່ານເບິ່ງ​ຄື​ວ່າ​ຈະ​ສືບ​ຕໍ່ ​ກັກລົດ​ລໍາລຽງຂອງ​ເນ​ໂຕ້​ບໍ່ໃຫ້ເຂົ້າ​ໄປ​ຍັງອັຟກາ​ນີສຖານ​​ເປັນ​ເວລາ​ອີກ
ຫລາຍ​ອາທິດ​ຕໍ່ໜ້າ​ນີ້
ທ່ານ Yousuf Raza Gilani ນາ​ຍົກ​ລັດຖະມົນຕີ​ປາ​ກີ​ສຖານ​ ທີ່ກ່າວ​ວ່າ ປະ​ເທດ​ຂອງ​ທ່ານເບິ່ງ​ຄື​ວ່າ​ຈະ​ສືບ​ຕໍ່ ​ກັກລົດ​ລໍາລຽງຂອງ​ເນ​ໂຕ້​ບໍ່ໃຫ້ເຂົ້າ​ໄປ​ຍັງອັຟກາ​ນີສຖານ​​ເປັນ​ເວລາ​ອີກ ຫລາຍ​ອາທິດ​ຕໍ່ໜ້າ​ນີ້

ທ່ານ Yousuf Raza Gilani ນາ​ຍົກ​ລັດຖະມົນຕີ​ປາ​ກີ​ສຖານ​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​
ເບິ່ງ​ຄື​ວ່າ​ຈະ​ສືບ​ຕໍ່ ​ກັກລົດ​ລໍາລຽງຂອງ​ເນ​ໂຕ້​ບໍ່ໃຫ້ເຂົ້າ​ໄປ​ຍັງອັຟກາ​ນີສຖານເປັນ​ເວລາ​ອີກ
ຫລາຍ​ອາທິດ​ຕໍ່ໜ້າ​ນີ້.

ໃນ​ການ​ໃຫ້​ສໍາພາດ​ຂ່າວ BBC ນັ້ນ ທ່ານກິລາ​ນີ ຍັງ​ບໍ່​ຕັດສິນ​ທີ່​ຈະ​ປິດ​ເຂດນ່ານຟ້າ​ຂອງ​
ປາ​ກີ​ສຖານ​ແກ່​ສະຫະລັດ​ເທື່ອ.

ເສັ້ນທາງ​ລໍາ​ລຽງສຳພາລະ​ຕ່າງໆ ຖືກ​ປິດ​ລົງລຸນ​ຫລັງ​ຈາກ​ເຫດການ​ໂຈມ​ຕີທາງ​ອາກາດ​ຂອງ​
ກຸ່ມ​ເນ​ໂຕ້​ເມື່ອ​ວັນ​ທີ່ 26 ​ເດືອນ​ພະຈິກ​ຜ່ານມາ​ໃນ​ປາກີສຖານ ທີ່​ໄດ້​ສັງຫານ​ທະຫານ​ປາ
ກີ​ສຖານ 24 ຄົນ​ໄປ​ນັ້ນ.

ນາຍົກລັດຖະມົນຕີ ​ກິລາ​ນີ ​ກ່າວວ່າ ມັນ​ມີ ຊ່ອງ​ວ່າ​ງທີ່​ໜ້າ​ເຊື່ອ​ຖືຢູ່ລະຫວ່າງ​ສະຫະລັດ​ແລະ
ປາ​ກີ​ສຖານ ຊຶ່ງ​ທ່ານ​ກ່າວອີກ​ວ່າ ​ປະ​ເທດ​ທັງ​ສອງ ​ແມ່ນ​ຈະ​ຕ້ອງປັບປຸງ​ຄວາມ​ສໍາພັນ​ໃຫ້​ດີ​
ຂຶ້ນ ແລະ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ກັນ​ແລະ ກັນ​ຫລາຍ​ຂຶ້ນ.

ນອກ​ນີ້​ແລ້ວ ​ນາຍົກລັດຖະມົນຕີປາກິສຖານ ຍັງ​ໄດ້ປະຕິ​ເສດ​ຕໍ່​ຄໍາ​ອ້າງ​ທີ່​ວ່າ ລັດຖະບານໄດ້
ພົວພັນໃນ​ການ​ເຈລະຈາ​ສັນຕິພາບ ກັບ​ກຸ່ມ​ຕາ​ລິ​ບານ​ທີ່ຢູ່​ພາຍ​ໃນ​ປະ​ເທດ ​ແຕ່​ກໍ​ເວົ້າຕື່ມ​ວ່າ
ຜູ້​ໃດ​ກໍ​ຕາມ​ທີ່​ປະນາມ​ການ​ກໍ່​ຄວາມ​ຮຸນ​ແຮງນັ້ນ ​ສະຫະລັດ​ຍອມຮັບ​ໄດ້.

ທ່ານ Rehman Malik ລັດຖະມົນຕີ​ກະຊວງ​ພາຍ​ໃນ​ປາ​ກີ​ສຖານ​ກ່າວ​ວ່າ ລັດຖະບານ​ຂອງ​
ຕົນອາດ​ພິດ​ຈາລະ​ນາ ເອົາ​ທາງ​ເລືອກ​ເພື່ອເປີດການເຈ ລະຈາສັນຕິພາບ​ກັບ​ກຸ່ມ​ຫົວ​ຮຸນ
ແຮງ ໂດຍ​ໃຫ້​ພວກ​ເຂົາ​ເຈົ້າພາ​ກັນ​ລົງ​ມາ​ຈາກ​ຄ້າຍ​ປະຕິບັດ​ການ​ຂອງ​ພວກ​ເຂົາ​ເຈົ້າຢູ່​ເທິງ​ພູ
ປະນາມ​ການ​ກໍ່​ຄວາມ​ຮຸນ​ແຮງ ​ແລະ​ຍອມວາງ​ອາວຸດ ອີງ​ຕາມ​ປະ​ເພນີ​ຂອງພວກ​ຊົນ​ເຜົ່າ.

XS
SM
MD
LG