ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະຫານ​ສະຫະລັດ​ ຍ້າຍ​ໜີ​ອອກ​ຈາກ​ ຖານ​ທັບ​​ແຫ່ງ​ນຶ່ງ ​ໃນ​ປາ​ກີ​ສຖານ


ຖານ​ທັບອາກາດ​ Shamsi ​ໃນ​ແຂວງ
Baluchistan ຂອງປາກິສຖານ ຊຶ່ງ​ສະຫະລັດ​ໄດ້​ຖອນ​ອອກ​ໄປໃນວັນອາທິດ ທີ 11 ທັນວາ, 2011 ນີ້. (File Photo)
ຖານ​ທັບອາກາດ​ Shamsi ​ໃນ​ແຂວງ Baluchistan ຂອງປາກິສຖານ ຊຶ່ງ​ສະຫະລັດ​ໄດ້​ຖອນ​ອອກ​ໄປໃນວັນອາທິດ ທີ 11 ທັນວາ, 2011 ນີ້. (File Photo)

ທະຫານ​ສະຫະລັດ​ໄດ້​ຍ້າຍ​ໜີ​ອອກ​ຈາກ​ຖານ​ທັບ​ອາກາດ​ແຫ່ງ​ນຶ່ງ ​ໃນເຂດ​ຕາ​ເວັນ​ຕົກ
ສຽງ​ໃຕ້ ​ຂອງ​ປາ​ກີ​ສຖານ​ເມື່ອ​ວັນ​ອາທິດ​ວານ​ນີ້ ທັນ​ກໍາໜົດ​ວັນຂີດເສັ້ນ​ຕາຍ​ ຊຶ່ງແມ່ນ
ວັນ​ທີ່ 11 ​ເດືອນ​ທັນວາ ທີ່​ຕັ້ງ​ໄວ້​ ໂດຍ​ລັດຖະບານ​ກຸງອິສລາມາ​ບັດ ​ເພື່ອເປັນການ​
ຕອບ​ໂຕ້ຕໍ່​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ເນ​ໂຕ້​ເມື່ອ​ວັນ​ທີ່ 26 ​ເດືອນ​ພະຈິກ​ຜ່ານ​ມາ
ທີ່​ໄດ້​ສັງ​ຫານ​ທະຫານ​ປາ​ກີ​ສຖານ 24 ຄົນນັ້ນ.

ກອງທັບ​ປາ​ກີ​ສຖານ​ກ່າວ​ວ່າ ຕົນ​ໄດ້​ເຂົ້າຄອບ​ຄອງ​ຖານ​ທັບ​ Shamsi ​ໃນ​ແຂວງ
Baluchistan ບໍ່ດົນ​ຫລັງ​ຈາກ​ທະຫານ​ຄົນ​ສຸດ​ທ້າຍ​ຂອງ​ສະຫະລັດ​ໄດ້​ຖອນ​ອອກ​ໄປ.

ລັດຖະບານ​ປາ​ກີ​ສຖານ ​ໄດ້​ສັ່ງ​ໃຫ້ມີ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ ອັນ​ເປັນພາກສ່ວນ​ນຶ່ງ
ຂອງມາດ​ຕະ​ການ​ລົງ​ໂທດຕ່າງໆ ທີ່​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຄວາມໂກດ​ແຄ້ນ​ຂອງ​ລັດຖະ
ບານ​ປາ​ກີ​ສຖານ ​ຕໍ່​ເຫດການ​ທີ່​ເກີດ​ຂຶ້ນນັ້ນ. ນອກ​ນີ້ແລ້ວ ກຸງ​ອິສລາມາ​ບັດ ​ຍັງ​ໄດ້​ປິດ
ເຂດ​ດ່ານຊາຍ​ແດນ​ທີ່​ລົດ​ບັນທຸກຂອງກໍາລັງ​ເນ​ໂຕ້​ ​ໃຊ້​ເປັນເສັ້ນທາງ​ລໍາ​ລຽງ​ສະບຽງ​
ໄປ​ຍັງອັຟ​ກາ​ນີສຖານ​ປະ​ເທດ​ທີ່​ບໍ່​ມີທາງ​ອອກ​ສູ່​ທະ​ເລ​ນັ້ນ ​ແລະ​ພ້ອມ​ກັນ​ຂວໍ້າ​ບາດ ​
ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ຂອງນານາ​ຊາດ ​ທີ່ເມືອງ​ບອນ ກ່ຽວ​ກັບ​ອະນາຄົດ​ຂອງ​ອັຟກາ
ນີສຖານ​.

ເວລາ​ນີ້​ຍັງ​ບໍ່​ມີ​ການ​ຢືນຢັນໃນ​ທັນທີທັນ​ໃດ ກ່ຽວ​ກັບ​ການ​ຖອນ​ທະຫານ​ອອກຈາກ​ຖານ
ທັບ​ດັ່ງກ່າວ​ຈາກ​ພວກ​ເຈົ້າໜ້າ​ທີ່​ສະຫະລັດ.

ປາ​ກີ​ສຖານ​ໄດ້​ກ່າວຫາ​ເນ​ໂຕ້​ວ່າ ເຈດ​ຕະນາ​ແນ​ເປົ້າ​ໃສ່​ທະຫານ​ຂອງ​ປາ​ກີ​ສຖານ​ ໃນ
ລະຫວ່າງ​ການ​ປະ​ຕິ​ບັດ​ການ​ຕໍ່ຕ້ານ​ພວກ​ກຸ່ມ​ຫົວ​ຮຸນ​ແຮງ​ໃນ​ເຂດ ຊາຍ​ແດນ​ຕິດ​ກັບ​ອັຟ
ກາ​ນີສະຖານ​ນັ້ນ. ກອງທັບ​ສະຫະລັດ ​ແລະ​ເນ​ໂຕ້ ປະຕິ​ເສດ​ຂໍ້​ກ່າວ​ຫາ​ດັ່ງກ່າວ ​ແລະ​ໄດ້
ທໍາ​ການ​ສືບ​ສວນ ​ສອບ​ສວນ​ເຫດການ ນັ້ນ​ແລ້ວ.

ຜູ້​ຊ່ຽວຊານ​ດ້ານ​ການ​ສືບລັບ​ສະຫະລັດ​ກ່າວ​ວ່າ ການ​ຖອນ​ທະຫານ​ອອກ ຈາກ​ຖານ​ທັບ
ອາກາດ​ Shamsi ນັ້ນ ​ເບິ່ງ​ຄື​ວ່າ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ທີ່​ສໍາຄັນ ປານ​ໃດ​ກ່ຽວ​ກັບ​ສົງ​ຄາມ
ໂດຍ​ໃຊ້​ຍົນ​ທີ່​ບໍ່​ມີ​ຄົນ​ຂັບ ໃນ​ຂົງ​ເຂດ​ຊາຍ​ແດນ ​ເພາະວ່າ​ທະຫານ​ສະຫະລັດ​ ສາມາດບັງ
ຄັບ​ການ​ບິນ​ຂອງຍົນ​ທີ່​ບໍ່ມີ​ຄົນ​ຂັບໄດ້ ​ໃນການ​ແລ່ນ​ອອກ​ຈາກ​ສະນາມບິນ​ແຫ່ງ​ຕ່າງໆໃນ​
ອັຟກາ​ນີສຖານ​.

XS
SM
MD
LG