ສານພິເສດຢູ່ໃນປາກິສຖານໄດ້ພົບວ່າ ອະດີດປະທານາທິບໍດີທີ່ມາຈາກທະຫານ, ທ່ານ ເພີເວສ ມຸສຊາຣັຟ (Pervez Musharraf) ມີຄວາມຜິດຖານຂາຍຊາດຮ້າຍແຮງ ແລະໄດ້ຕັດສິນປະຫານຊີວິດຂອງຜູ້ກ່ຽວ.
ຄະດີຂາຍຊາດຮ້າຍແຮງ ແມ່ນກ່ຽວໂຍງກັບໄປຫາປີ 2007 ຕອນທີ່ທ່ານມຸສຊາຣັຟ ເປັນປະທານາທິບໍດີ ແລະຜູ້ບັນຊາການກອງທັບຢູ່ນັ້ນ ເພິ່ນໄດ້ປະກາດພາວະສຸກເສີນເປັນເວລາສັ້ນໆ ແລະໄດ້ໂຈະການໃຊ້ລັດຖະທຳມະນູນໄວ້ ເພື່ອຫາທາງຮັກສາອຳນາດໄວ້ຕໍ່ໄປ ໃນຂະນະທີ່ທ່ານປະເຊີນກັບການຮຽກຮ້ອງຂອງປະຊາຊົນນັບມື້ນັບເພີ້ມຂຶ້ນວ່າໃຫ້ທ່ານລົງຈາກຕຳແໜ່ງ.
ອະດີດປະທານາທິບໍດີ ປາກິສຖານ, ຜູ້ທີ່ຍັງປະເຊີນກັບບັນຫາທ້າທາຍທາງກົດໝາຍອັນອື່ນອີກຫລາຍຢ່າງ ທີ່ເກີດຂຶ້ນໃນສະໄໝທ່ານດຳລົງຕຳແໜ່ງຢູ່ນັ້ນ, ໄດ້ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆ ໂດຍເວົ້າວ່າ ມັນເປັນເລື້ອງທີ່ເກີດມາຈາກເຫດຜົນທາງການເມືອງ. ທ່ານໄດ້ດຳລົງຊີວິດຢູ່ນະຄອນດູບາຍ ຕັ້ງແຕ່ປີ 2016 ເປັນຕົ້ນມາ ໃນຕອນທີ່ທ່ານເດີນທາງໄປທີ່ນັ້ນຍ້ອນເຫດຜົນທາງສຸຂະພາບ.
ທ່ານມຸສຊາຣັຟ (Musharraf) ໄດ້ຂຶ້ນກຳອຳນາດໃນຕອນທີ່ມີການລັດຖະປະຫານແບບນອງເລືອດໃນປີ 1999 ໂດຍໄດ້ໂຄ່ນລົ້ມລັດຖະບານຂອງນາຍົກລັດຖະມົນຕີນາວາສ ຊາຣິຟ (Nawaz Sharif) ໃນສະໄໝນັ້ນລົງ ຊຶ່ງເປັນຜູ້ທີ່ໄດ້ອອກໄປຂໍອາໄສຢູ່ຊາອຸດີ