ບັນດາເຈົ້າໜ້າທີ່ປາກິສຖານ ກ່າວວ່າ ລົດບັນທຸກນ້ຳມັນຄັນນຶ່ງ
ປາກົດວ່າແລ່ນໄປຢ່າງໄວໃນທາງຜິດ ໄດ້ໄປຕຳເອົາລົດບັສບັນ
ທຸກຄົນໂດຍສານຄັນນຶ່ງໃນເຊົ້າວັນອາທິດມື້ນີ້ ເຮັດໃຫ້ປະຊາຊົນ
ຢ່າງໜ້ອຍ 57 ຄົນເສຍຊີວິດ ຢູ່ໃກ້ໆກັບເມືອງທ່າເຮືອກາຣາຈີ
ໃນພາກໃຕ້ຂອງປາກິສຖານນັ້ນ.
ເຈົ້າໜ້າທີ່ຕຳຫຼວດຂັ້ນອາວຸໂສທ່ານນຶ່ງກ່າວວ່າ ອຸບັດເຫດລົດຕຳ
ກັນດັ່ງກ່າວ ເກີດຂຶ້ນໃນຖະໜົນທີ່ມີສະພາບບໍ່ດີສາຍນຶ່ງ ຊຶ່ງເຮັດ
ໃຫ້ລົດທັງສອງຄັນເກີດໄຟໄໝ້ກຸ້ມຂຶ້ນຈາກແຮງກະທົບດັ່ງກ່າວ.
ພວກທີ່ໄດ້ຮັບເຄາະຮ້າຍຮວມທັງພວກແມ່ຍິງແລະເດັກນ້ອຍ ຊຶ່ງ
ສ່ວນໃຫຍ່ແລ້ວ ຖືກໄຟໄໝ້ລ້ວມຈົນບໍ່ສາມາດຢັ້ງຢືນສົບຂອງພວກເຂົາເຈົ້າໄດ້. ບັນດາເຈົ້າໜ້າທີ່ກ່າວວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ້ມຂຶ້ນຕື່ມອີກ.
ນາຍ Abdul Hafeez ຊຶ່ງພວກສະມາຊິກຄອບຄົວຂອງລາວ 9 ຄົນເສຍຊີວິດໃນອຸບັດເຫດດັ່ງກ່າວເວົ້າວ່າ “ ເອື້ອຍຂ້ອຍຄົນນຶ່ງພ້ອມທັງລູກເຕົ້າຂອງລາວ ແລະພວກ
ລຸງຂ້ອຍ 2 ຄົນພ້ອມທັງພວກຄອບຄົວ ຂອງເຂົາເຈົ້າ ທັງໝົດ 9 ຄົນໃນຄອບ
ຄົວຂອງຂ້ອຍ ທີ່ຂີ່ລົດບັສຄັນນີ້ບໍ່ມີຜູ້ໃດລອດຊີວິດ.”
ບັນດາເຈົ້າໜ້າທີ່ກ່າວວ່າ ພວກຄົນໂດຍສານຈຳນວນບໍ່ເທົ່າໃດຄົນລອດຊີວິດຈາກໄຟໄໝ້ ໂດຍພາກັນໂຕນອອກຈາກປ້ອງຢ້ຽມລົດບັສ.
ມີການອ້າງຄຳເວົ້າຂອງທ່ານໝໍຄົນນຶ່ງເຊັ່ນກັນ ທີ່ໂຮງໝໍໃນເມືອງກາ ຣາຈີວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ້ມຂຶ້ນອີກ.