ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຄົນເສຍຊີວິດຍ້ອນໂຄວິດ-19 ໃນລະດັບຕໍ່າອີກຄັ້ງໃໝ່ຢູ່ ໃນປາກິສຖານ


ພະນັກງານຄົນນຶ່ງທໍາຄວາມສະອາດຫ້ອງກວດພະຍາດຫາໄວຣັສໂຄໂຣນາ ຢູ່ໂຮງໝໍແຫ່ງນຶ່ງໃນຄະຄອນກາຣາຈີ ຂອງປາກິສຖານ ໃນວັນທີ 17 ກໍລະກິດ, 2020. (ພາບໂດຍAP Photo/Fareed Khan)
ພະນັກງານຄົນນຶ່ງທໍາຄວາມສະອາດຫ້ອງກວດພະຍາດຫາໄວຣັສໂຄໂຣນາ ຢູ່ໂຮງໝໍແຫ່ງນຶ່ງໃນຄະຄອນກາຣາຈີ ຂອງປາກິສຖານ ໃນວັນທີ 17 ກໍລະກິດ, 2020. (ພາບໂດຍAP Photo/Fareed Khan)

ປາກິສຖານ ໄດ້ມີຈໍານວນຄົນເສຍຊີວິດໜ້ອຍລົງ ໃນຈຳນວນຜູ້ເສຍຊີວິດສູງສຸດ ຂອງເຂົາເຈົ້າຍ້ອນ ໄວຣັສໂຄໂຣນາຕໍ່າ.

ລັດຖະບານກ່າວໃນວັນຈັນມື້ນີ້ວ່າ ມີຄົນເສຍຊີວິດ 20 ຄົນໃນຮອບ 24 ຊົ່ວໂມງຜ່ານມາ.

“ພວກເຮົາມີຈໍານວນຄົນເສຍຊີວິດ ຍ້ອນພະຍາດໂຄວິດ-19 ຕໍ່າທີ່ສຸດໃນ ປາກິສ ຖານໃນສາມເດືອນຜ່ານມາ” ນັ້ນຄືຄໍາເວົ້າຂອງທ່ານ ຊາຟາ ເມຍຊາ, ຜູ້ຊ່ວຍພິເສດຂອງທ່ານນາຍົກລັດຖະມົນ ຕີ ທີ່ຂຽນລົງໃນທວີດເຕີໃນວັນຈັນມື້ນີ້. ທ່ານຂຽນຕໍ່ໄປວ່າ “ພວກເຮົາມີຈໍານວນຄົນເສຍຊີວິດສູງສຸດ 153 ຄົນໃນວັນທີ 20 ມິຖຸນາ ແລະໃນ 24 ຊົ່ວໂມງຜ່ານມາພວກເຮົາມີ 20 ຄົນເສຍຊີວິດ. ນີ້ເປັນການຫລຸດລົງ ຂອງຈໍານວນຄົນເສຍຊີວິດທີ່ກ່ຽວຂ້ອງກັບ COVID-19 ຢູ່ 87 ເປີເຊັນ.”

ແຕ່ທ່ານເມຍຊາກໍໄດ້ເຕືອນວ່າ ຈໍານວນການເສຍຊີວິດໃນລະດັບຕໍ່າອັນໃໝ່ນີ້ “ຍັງບໍ່ແມ່ນລະດັບທີ່ຈະນິ້ງນອນໃຈໄດ້ເທື່ອ!”

ປາກິສຖານມີຄົນເປັນພະຍາດ COVID-19 ຢູ່ 274,000 ກໍລະນີ ແລະມີທັງໝົດ ເກືອບຮອດ 6,000 ຄົນ ທີ່ເສຍຊີວິດໄປຍ້ອນໄວຣັສດັ່ງກ່າວ, ອີງຕາມສະຖິຕິຂອງ ມະຫາວິທະຍາໄລ ຈອນສ໌ ຮອບຄິນສ໌ (Johns Hopkins).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG