ການໂຈມຕີສະລະຊີບດ້ວຍອາວຸດປືນ ແລະລະເບີດຢູ່ສານແຫ່ງນຶ່ງທາງຕາເວັນຕົກ
ສຽງເໜືອຂອງ ປາກິສຖານໃນວັນອັງຄານມື້ນີ້ ເຮັດໃຫ້ຢ່າງໜ້ອຍເຈັດຄົນເສຍຊີວິດ
ແລະໄດ້ຮັບບາດເຈັບອີກ 30 ຄົນ.
ຕຳຫລວດ ແລະບັນດາຜູ້ເຫັນເຫດການກ່າວວ່າ ພວກຜູ້ຊາຍສາມຄົນນຸ່ງເສື້ອສະລະຊີບຖະຫລົ່ມສານຢູ່ໃນເມືອງ Charsadda ແລະໂຍນລູກລະເບີດມື ໃນຄວາມພະ
ຍາຍາມທີ່ຈະເຂົ້າໄປຫາຕຶກດັ່ງກ່າວຂອງສານ.
ຫົວໜ້າຕຳຫລວດປະຈຳເຂດ ທ່ານ Sohail Khalid ກ່າວຕໍ່ບັນດານັກຂ່າວວ່າ ພວກ
ນາຍຍາມ ໄດ້ທ້າທາຍຕໍ່ສູ້ກັບພວກຄົນຮ້າຍ ເຮັດໃຫ້ພວກຄົນຮ້າຍສອງຄົນດຶງຄະ
ນວນລະເບີດເສື້ອ ລະຫວ່າງການໃຊ້ປືນຍິງກັນ ໃນຂະນະຜູ້ໂຈມຕີຄົນທີ່ສາມຖືກ
ຍິງຕາຍ.
ທ່ານ Khalid ກ່າວວ່າ “ເຂົາເຈົ້າພະຍາຍາມເຂົ້າມາຫາສານ. ທຳອິດເຂົາເຈົ້າໂຈມ
ຕີດ້ວຍລະເບີດມື ແລະປືນສັ້ນ. ຕຳຫລວດໄດ້ຕອບໂຕ້ປະມານ 15 ຫາ 20 ນາທີ
ແລະພວກມືລະເບີດສະຫຼະຊີບໄດ້ກໍແຕກຂຶ້ນ ຫລັງຈາກ ຕຳຫລວດໂຈມຕີພວກເຂົາ."
ຕຳຫລວດ ແລະເຈົ້າໜ້າທີ່ໂຮງໝໍກ່າວວ່າ ທະນາຍຄວາມຄົນນຶ່ງ ບັນດາຕຳຫລວດ
ແລະພວກພົນລະເຮືອນຮ່ວມຢູ່ໃນບັນດາຜູ້ເສຍຊີວິດ.
ໂຄສົກສຳລັບ Jamat-ul Ahrar ທີ່ໄດ້ແຕກໜີໄປຈາກກຸ່ມຫົວຮຸນແຮງ Taliban
Pakistan ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີດັ່ງກ່າວ.
ຄື້ນຟອງໃໝ່ຂອງການໂຈມຕີກໍ່ການຮ້າຍ ກຳລັງຢູ່ໃນກຳມືຂອງ Pakistanand
Jammat-ul Ahmar ຫລື JuA ພ້ອມດ້ວຍ Pakistani Taliban ທີ່ສຳຄັນ ໄດ້ອ້າງ
ວ່າຢູ່ເບື້ອງຫລັງຄວາມຮຸນແຮງທັງໝົດນີ້.
ການໂພ່ໂຕຂຶ້ນມາໂຈມຕີຂອງພວກຫົວຮຸນແຮງ ໄດ້ເຮັດໃຫ້ຫລາຍກວ່າ 120 ຄົນ
ໄດ້ເສຍຊີວິດ ແລະຫລາຍຮ້ອຍຄົນອີກໄດ້ຮັບບາດເຈັບ ພາຍໃນສອງອາທິດທີ່ຜ່ານມາ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ