ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານປາກິສຖານ ຕ່າວປີ້ນ ການຕັດສິນໂທດ ປະຫານຊີວິດ ຜູ້ທີ່ຖືກກ່າວຫາ ສັງຫານນັກຂ່າວ ດານຽນ ເພີລ


ທ້າວອາເມັດ ໂອເມີ ຊາອິດ ເຊັກ ຜູ້ທີ່ຖືກກ່າວຫາສັ່ງການໃຫ້ສັງຫານນັກຂ່າວ Wall Street ທ່ານດານຽນ ເພີລ.
ທ້າວອາເມັດ ໂອເມີ ຊາອິດ ເຊັກ ຜູ້ທີ່ຖືກກ່າວຫາສັ່ງການໃຫ້ສັງຫານນັກຂ່າວ Wall Street ທ່ານດານຽນ ເພີລ.

ສານປາກິສຖານແຫ່ງນຶ່ງໃນວັນພະຫັດວານນີ້ໄດ້ຕ່າວປີ້ນ ການຂໍອຸທອນຕໍ່ຕັດສິນໂທດ
ປະຫານຊີວິດແກ່ຜູ້ຊາຍຄົນນຶ່ງ ທີ່ຖືກກ່າວຫາວ່າລັກພາໂຕ ແລະຕັດ ຫົວນັກຂ່າວ Wall Street ທ່ານດານຽນ ເພີລ ໂດຍຕັດສິນໃຫ້ລາວຕິດຄຸກ ເຈັດປີ ໃນຖານລັກພາໂຕເທົ່າ
ນັ້ນ ແລະຕັດສິນວ່າ ບໍ່ມີຄວາມຜິດສຳລັບຜູ້ທີ່ ຖືກກ່າວຫາອີກ 3 ຄົນ.

ທ້າວອາເມັດ ໂອເມີ ຊາອິດ ເຊັກ ເກີດຢູ່ອັງກິດ ໄດ້ລໍຖ້າການປະຫານຊີວິດຢູ່ ໃນຄຸກນັບ
ແຕ່ການຕັດສິນລົງໂທດຂອງລາວເມື່ອ 18 ປີກ່ອນ. ອີກສາມຄົນ ກໍຄື ທ້າວຟາຮາດ ນາຊີມ,
ຊາລມານ ຊາກິບ ແລະເຊກ ອາດີລ ໄດ້ຖືກຕັດ ສີນລົງໂທດໃຫ້ຕິດຄຸກຕະຫຼອດຊີວິດ.

ໄອຍະການສາມາດຂໍອຸທອນການຕັດສິນດັ່ງກ່າວໄດ້ ຢູ່ໃນສານສູງສຸດ.

ທະນາຍຄວາມຂອງຈຳເລີຍ ທ່ານກວາຈາ ນາວີດ ອາເມັດກ່າວຕໍ່ ວີໂອເອ ວ່າ ທ້າວເຊັກ
ບໍ່ໄດ້ຖືກກ່າວຫາວ່າທຳການຄາດຕະກຳ ໃນເວລາທີ່ລາວຖືກຈັບໃນປີ 2002 ກ່ອນທີ່ຂ່າວ
ຂອງທ່ານເພີລໄດ້ຖືກເປີດເຜີຍອອກມາສູ່ສາທາລະນະ. ລາວ ພຽງແຕ່ຖືກກ່າວຫາລັກພາ
ໂຕແລະນຳໂຕທ່ານເພີລໄປໃຫ້ຜູ້ໃດຜູ້ນຶ່ງ. ຂໍ້ກ່າວຫາ ໃນການຄາດຕະກຳ ໄດ້ຕື່ມໃສ່ເວ
ລາວີດີໂອ ການຕັດຫົວຂອງທ່ານເພີລ ໄດ້ຖືກນຳອອກມາເຜີຍແຜ່ ນັ້ນຄືຄຳເວົ້າຂອງທ່ານ
ທີ່ໄດ້ກ່າວໄວ້.

ທ່ານອາເມັດ ກ່າວວ່າ “ເລື້ອງຂອງໄອຍະການກໍຄື ທ້າວເຊັກໄດ້ເປັນເພື່ອນກັບ ທ່ານ
ເພີລ ເພາະວ່າລາວສາມາດປາກພາສາຝຣັ່ງ ແລະຮຽນຈົບຈາກໂຮງຮຽນ ເສດຖະກິດ
ລອນດອນ.” ທ່ານອາເມດກ່າວຕື່ມວ່າ ເພີ້ມໄປຈາກຫຼັງຈາກການ ຕັດສິນໃນມື້ນີ້ແລ້ວ
ທ່ານຄາດວ່າ ລາວຈະຖືກປ່ອຍໂຕ ພາຍໃນນຶ່ງ ຫຼືສອງມື້. ຂ້າງໜ້ານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG